ເປັນຫຍັງ ການມີຜູ້ຕາງໜ້າເພດຍິງ ຈຶ່ງມີຄວາມສຳຄັນ ?
ໂດຍ: ທູດ ມະໄລວຽງ ສາກົນນິຍົມ
ຜູ້ຕາງຫນ້າ ສປປ ລາວ ປະຈຳກຳມາທິການລະຫວ່າງລັດຖະບານ
ອາຊຽນວ່າດ້ວຍສິດທິມະນຸດ
(ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ 2020)
ທຸກວັນນີ້ ແມ່ຍິງໃນທົ່ວໂລກພາກັນອອກມາຕໍ່ສູ້ແຂ່ງຂັນ ເພື່ອຊິງຕຳແໜ່ງອຳນາດທາງການເມືອງເປັນຈຳນວນຫຼວງຫຼາຍແບບບໍ່ເຄີຍມີມາກ່ອນ ແລະ ກໍໄດ້ຮັບໄຊຊະນະ ! ນີ້ແຫຼະ ເປັນຫຍັງ ການມີຜູ້ຕາງຫນ້າເພດຍິງຈຶ່ງມີຄວາມສຳຄັນ.
ນັກຄົ້ນຄວ້າລະດັບໂລກໄດ້ຂຽນໄວ້ວ່າ: ໂດຍລວມແລ້ວຜູ້ນຳແມ່ຍິງນີ້ສົ່ງເສີມຢ່າງສ້າງສັນເຂົ້າໃນຂະບວນລວມຂອງການພັດທະນາປະເທດຊາດ ແລະ ຄວາມກ້າວຫນ້າຂອງສັງຄົມໂລກ. ແມ່ຍິງເຄີຍມີການສົ່ງເສີມທີ່ສຳຄັນເປັນປະຫວັດສາດດ້ານການເມືອງ ແລະ ກົດຫມາຍເຊັ່ນ: ການສ້າງຄວາມສະໝານສາມັກຄີຂອງແມ່ຍິງນຳກັນຈາກສອງພັກການເມືອງທີ່ເປັນປໍລະປັກ, ການສົ່ງເສີມຄວາມສະເໝີພາບ, ການສົ່ງເສີມຄວາມສະຖຽນລະພາບ.
ເມື່ອໃດທີ່ແມ່ຍິງໄດ້ເປັນສະມາຊິກສະພານິຕິບັນຍັດໃນອັດຕາສ່ວນທີ່ຫຼໍ່ແຫຼມຄືກາຍ 25% ຫາ 30% ເວລານັ້ນແມ່ນຈະເກີດຄວາມທ້າທາຍຫຼາຍຂຶ້ນທັນທີໃນການສ້າງຂໍ້ຜູກມັດ ແລະ ວາລະທາງການເມືອງ.
ຂົງເຂດທີ່ແມ່ຍິງມີສ່ວນຮ່ວມນຳກັນໄດ້ມີດັ່ງນີ້:
- ແມ່ຍິງຈາກສອງພັກຄູ່ປໍລະປັກຄື ພັກສາທາລະນະລັດ ແລະ ພັກປະຊາທິປະໄຕ ຢູ່ອາເມລິກາ ສາມາດເຈລະຈາໂອ້ລົມກັນໄດ້ເພື່ອຍຸດຕິສະພາບ Government shut down (ລັດຖະບານຢຸດຈ່າຍເງິນ), ແມ່ນແມ່ຍິງສະມາຊິກສະພາສູງຈາກສອງພັກທີ່ເຈລະຈາຫາຂໍ້ຍຸດຕິບັນຫາຂອງປະເທດ.
ອີກຕົວຢ່າງໜຶ່ງກໍແມ່ນຢູ່ໄອແລນເໜືອ ເວລາມີສົງຄາມກັນໃນຊຸມປີ 90, ກໍແມ່ນແມ່ຍິງທີ່ນັບຖືສາສະໜານິກາຍແຕກຕ່າງກັນຄື ກາໂຕລິກ ແລະ ໂປຼແຕສແຕນ ທີ່ຮ່ວມກຳລັງກັນເຈລະຈາຍຸດຕິການແຕກແຍກເພື່ອນຳໄປສູ່ສັນຕິພາບ.
- ຄວາມສະເໝີພາບ ແລະ ສະຫວັດດີການສັງຄົມ: ນັກກົດຫມາຍເພດຍິງ ແມ່ນມີທ່າອ່ຽງສູງຕໍ່ສູ້ເພື່ອນະໂຍບາຍທີ່ສະໜັບສະໜູນການສຶກສາ ແລະ ສຸຂະພາບ. ລັດຖະສະພາທີ່ມີອັດຕາສ່ວນແມ່ຍິງຫຼາຍແມ່ນມີຄວາມສາ ມາດໃນການຜ່ານ ແລະ ການຈັດຕັ້ງປະຕິບັດກົດໝາຍທີ່ສ້າງຄວາມກ້າວ ຫນ້າດ້ານຄວາມສະເໝີພາບທາງເພດສຳລັບແມ່ຍິງ ລວມທັງການສ້າງກົດໝາຍທີ່ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ການຂົ່ມຂືນ ແລະ ການຂົ່ມຂູ່ທາງເພດ. ຢູ່ລັດເຊຍເປັນຕົ້ນນັກກົດໝາຍແມ່ຍິງໄດ້ຂ້າມຜ່ານຄວາມເປັນປໍລະປັກຂອງພັກການເມືອງໂດຍສາມັກຄີກັນກຳນົດໂທດຕໍ່ຜູ້ສ້າງຄວາມຮຸນແຮງຕໍ່ແມ່ຍິງ. ການເພີ່ມທະວີອັດຕາສ່ວນຂອງສະມາຊິກແມ່ຍິງໃນສະພານິຕິບັນຍັດໄດ້ນຳໄປສູ່ການຮ່ວມມືກັນໃນທາງບວກໃນການລົງທຶນໃສ່ການສຶກສາ ແລະ ສຸຂະພາບ. ຕົວຢ່າງຢູ່ໃນບັນດາປະເທດທີ່ມີລາຍຮັບສູງໃນກຸ່ມ OECD (Organization for Cooperation and Development), ການເພີ່ມທະວີຕົວເລກຂອງສະມາຊິກສະພານິຕິບັນຍັດແມ່ຍິງແມ່ນນຳໄປສູ່ການເພີ່ມທະວີງົບປະມານລາຍຈ່າຍໃສ່ການສຶກສາ. ບາງປະເທດເຊັ່ນອິນເດຍ ເຊິ່ງບໍ່ແມ່ນສະມາຊິກ OECD ກໍເຊັ່ນກັບສະພາບຂອງບ້ານທີ່ມີນາຍບ້ານເປັນແມ່ຍິງກໍຈະໃຫ້ການສະໜັບສະໜູນນະໂຍບາຍເນັ້ນໃສ່ການລົງທຶນດ້ານຄວາມສະອາດຂອງນ້ຳກິນ.
- ການສົ່ງເສີມສະຖຽນລະພາບ: ແມ່ຍິງທີ່ເປັນຜູ້ນຳແມ່ນຈະສົ່ງເສີມ ຄວາມມີສະຖຽນລະພາບ. ການສຶກສາຄົ້ນຄວ້າ ໄດ້ຊີ້ໃຫ້ເຫັນວ່າ ເວລາສະມາ ຊິກສະພານິຕິບັນຍັດເພດຍິງເພີ່ມຂຶ້ນ 5%, ເວລານັ້ນ ໃນປະເທດນັ້ນ ຈະມີອັດຕາຄວາມສ່ຽງດ້ານຄວາມຮຸນແຮງຫລຸດລົງ 5%. ສະພາບການ ເມືອງຢູ່ພາຍໃນປະເທດກໍເຊັ່ນກັນ ການມີສະມາຊິກແມ່ຍິງຢູ່ໃນລັດຖະສະພາແມ່ນຕິດພັນກັບການເຮັດໃຫ້ຄວາມສ່ຽງຂອງການເກີດສົງຄາມກາງເມືອງພາຍໃນປະເທດນັ້ນຫລຸດລົງເຊັ່ນກັນ ຫຼື ກໍລະນີຄົນຫາຍສາບສູນ, ການເຂັ່ນຂ້າກັນ, ການຈັບຂັງຄຸກດ້ວຍຂໍ້ອ້າງທາງການເມືອງ ແລະ ການທໍລະມານກໍຫລດລົງ. ອີກຕົວຢ່າງຫນື່ງ ຢູ່ປະເທດຣູວັນດາຫຼັງສົງຄາມ ໄດ້ມີແມ່ຍິງ ຖືກເລືອກເປັນສະມາຊິກສະພານິຕິບັນຍັດ ເພີ່ມຂື້ນຫຼາຍກ່ວາ 50% ແລະ ນັກກົດໝາຍເພດຍິງເຫຼົ່ານີ້ກໍໄດ້ສະໜັບສະໜູນການຕັດສິນໃຈແບບມີສ່ວນຮ່ວມຂອງລັດຖະບານໃນຂະບວນການສົ່ງເສີມຄວາມປອງດອງຊາດໃນລະດັບທ້ອງຖິ່ນ.
ແຕ່ວ່າ, ໃນຄວາມເປັນຈິງນັ້ນອັນທີ່ແນ່ນອນແມ່ນວ່າ ການເລືອກເອົາແມ່ຍິງເປັນການນຳນັ້ນກໍຍັງບໍ່ຮັບປະກັນວ່າ ຈະມີໝາກຜົນດີດັ່ງກ່າວຂ້າງເທິງນັ້ນສະເຫມີໄປເພາະວ່າ ການເຂົ້າມາກຳຕຳແໜ່ງທາງການເມືອງຂອງແມ່ຍິງແມ່ນເປັນພຽງບາດກ້າວທຳອິດທີ່ນຳໄປສູ່ອຳນາດທາງການເມືອງ. ໃນຫຼາຍປະເທດ ໂຄງສ້າງດ້ານສະຖາບັນການຈັດຕັ້ງ ແລະ ລະບົບການເມືອງ ແມ່ນຍັງຈຳກັດຂອບເຂດຄວາມສາມາດ ຂອງແມ່ຍິງໃນການມີອິດທິພົນ ດ້ານການສ້າງນະໂຍບາຍ. ແມ່ຍິງກໍຍັງບໍ່ໄດ້ເປັນກຸ່ມທີ່ເປັນກ້ອນເນື້ອດຽວກັນ, ແລະ ກໍບໍ່ແມ່ນແມ່ຍິງການນຳທັງຫມົດ ທີ່ຈະໃຫ້ການຮ່ວມມືກັນ ຫຼືເປັນໄປຢ່າງ ສັນຕິພາບ ຫຼື ຊ່ວຍກັນຕໍ່ສູ້ເພື່ອໃຫ້ມີກົດໝາຍ ເພື່ອຮັດແໜ້ນຄວາມສະເໝີພາບທາງເພດ. ສະນັ້ນ, ການເປັນແມ່ຍິງຄົນທຳອິດທີ່ໄດ້ຮັບເລືອກຕັ້ງເຂົ້າໃນຕຳແໜ່ງການນຳ ຕຳແໜ່ງໃດໜຶ່ງນັ້ນ ໃນຫຼາຍໆກໍລະນີ ແມ່ນພຽງແຕ່ຂັ້ນຕອນການຕໍ່ສູ້ຂອງແມ່ຍິງເພື່ອຜ່ານຜ່າອຸປະສັກໃນໂຄງສ້າງເກົ່າທີ່ມີແຕ່ເພດຊາຍຄອບງຳມາກ່ອນ ເຊິ່ງໃນສະພາບດັ່ງກ່າວນີ້ ຈະເຮັດໃຫ້ແມ່ຍິງການນຳດັ່ງກ່າວ ຕ້ອງໄດ້ທຳໜ້າທີ່ຢ່າງມີຄວາມລະມັດລະວັງ ທາງດ້ານການເມືອງຫຼາຍກວ່າການທີ່ຈະເຂົ້າມາປ່ຽນແປງນະໂຍບາຍການເມືອງໃນຕໍ່ໜ້ານີ້. ຍ້ອນວ່າແມ່ຍິງຈະແຂ່ງຂັນເຂົ້າສູ່ອຳນາດການເມືອງຈະເພີ່ມທະວີຂື້ນ, ສະນັ້ນ ຄວາມເປັນປໍລະປັກ ແລະ ການຕໍ່ສູ້ຕ້ານແມ່ຍິງຈະເພີ່ມທະວີຄວາມຮຸນແຮງ ເປັນເງົາຕາມຕົວເຊັ່ນ ສັງຄົມທີ່ມີເພດຊາຍຄອບງຳໂດຍສະເພາະນັກການເມືອງເພດຊາຍຈະພາກັນ ໃຊ້ເຫດຜົນດ້ານການເມືອງ ເພື່ອໂຈມຕີແມ່ຍິງ ໃນທົ່ວໂລກຈະເພີ່ມ ຄວາມຮຸນແຮງຂຶ້ນ.
ຂໍ້ມູນໄດ້ຊີ້ໃຫ້ເຫັນວ່າ ໃນຈຳນວນ 193 ປະເທດສະມາຊິກຂອງ ສະຫະປະຊາຊາດນັ້ນ ດ້ານຄວາມເທົ່າທຽມກັນ ໃນທາງການເມືອງໄດ້ຊີ້ໃຫ້ເຫັນວ່າມີ 176 ປະເທດທີ່ມີຄະແນນການເຂົ້າຮ່ວມທາງດ້ານການເມືອງ ຕ່ຳກ່ວາ 50%, ແຕ່ມີພຽງ 17 ປະເທດທີ່ມີຄະແນນການເຂົ້າຮ່ວມທາງການເມືອງ 50% ຫຼື ຫຼາຍກ່ວານັ້ນ.
ແຕ່ວ່າ, ເຖິງຢ່າງໃດກໍຕາມ ແມ່ຍິງເຮົາກໍ ຍັງໝັ້ນໃຈຢູ່ວ່າຈຳນວນແມ່ ຍິງການນຳ ຈະເພີ່ມທະວີຂື້ນເລື້ອຍໆ ແລະ ກໍຈະມີແມ່ຍິງຈຳນວນຫຼາຍຂື້ນ ທີ່ມີກຳລັງໃຈທີ່ຈະຕໍ່ສູ້ ເພື່ອມີສ່ວນຮ່ວມທາງດ້ານການເມືອງ.
ນອກຈາກນີ້ ຂໍ້ມູນຈາກ Global Gender Gap ຂອງ World Economic Forum 2020 ໄດ້ຈັດລະດັບ 10 ປະເທດຕົ້ນໆຂອງໂລກທີ່ສາ ມາດປະສົບຜົນສຳເລັດສູງໃນການສົ່ງເສີມຄວາມສະເໝີພາບຍິງຊາຍດັ່ງນີ້: ໄອສະແລນ, ນໍເວ, ຟິນແລນ, ສະວີເດັນ, ນິກາຣາກົວ, ນິວຊີແລນ, ໄອແລນ, ສະເປນ, ຣູວັນດາ ແລະ ເຢຍລະມັນ.
ເວົ້າສະເພາະ ພາກພື້ນອາຊຽນເຮົານີ້ ຈາກຕົວເລກຂໍ້ມູນດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ເຮົາ ແມ່ນ ຢູ່ໃນອັນດັບ 2 ຕໍ່ຈາກຟິລິບປິນ ດ້ານການຫລຸດຊ່ອງວ່າງ ລະຫວ່າງເພດ, ໂດຍສະເພາະເພິ່ນຈະພິຈາລະນາຄວາມກ້າວຫນ້າຂອງຄວາມເທົ່າທຽມກັນທາງເພດໃນ 4 ປັດໃຈດັ່ງນີ້: ການມີສ່ວນຮ່ວມທາງດ້ານເສດຖະກິດ ແລະ ໂອກາດ, ຄວາມສຳເລັດທາງດ້ານການສຶກສາ, ສຸຂະພາບ ແລະ ການຢູ່ລອດ ແລະ ການເພີ່ມຂີດຄວາມສາມາດທາງດ້ານການເມືອງ.
ຈະສັງເກດເຫັນວ່າ 10 ປະເທດອັນດັບຕົ້ນໆຂອງໂລກໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍລ້ວນແລ້ວແຕ່ແມ່ນປະເທດທີ່ກຳນົດເອົານະໂຍບາຍການສົ່ງເສີມຄວາມສະເໝີພາບທາງເພດມາຢູ່ໃນອັນດັບຕົ້ນໆຂອງນະໂຍບາຍການເມືອງຂອງປະເທດເພາະປະເທດເຫຼົ່ານັ້ນໄດ້ປະຈັກໃນຄວາມເປັນຈິງແລ້ວວ່າໃນການລົງທຶນໃສ່ການພັດທະນາແມ່ຍິງນັ້ນມັນຫາກແມ່ນການລົງທຶນໃສ່ຄອບຄົວ, ໃສ່ເສດຖະກິດ ແລະ ຄວາມສະຫງົບສຸກຂອງປະເທດ. ປະເທດເຫຼົ່ານັ້ນ ຮັບຮູ້ແຈ້ງວ່າຄວາມຈະເລີນ ແລະ ຄວາມສະຫງົບສຸກຂອງປະເທດຈະບໍ່ສາມາດປະສົບຄວາມສຳເລັດໄດ້ໃນໂລກທຸກວັນນີ້ຖ້າຫາກວ່າບໍ່ມີການປະກອບສ່ວນທີ່ສຳຄັນຂອງແມ່ຍິງ ທີ່ເປັນເຄີ່ງໜຶ່ງຂອງພົນລະເມືອງໂລກ, ດັ່ງທີ່ ເມົາເຈີຕຸງ ຂອງຈີນເຄີຍກ່າວໄວ້ວ່າ “ແມ່ຍິງເປັນຜູ້ຄ້ຳເຄີ່ງໜຶ່ງຂອງແຜ່ນຟ້າ” (women hold up ½ of the sky).
ປັດຈຸບັນນີ້ ໃນຫຼາຍໆປະເທດ ທີ່ພວມພັດທະນາທີ່ມີ ລາຍຮັບຈາກຂັ້ນກາງຕ່ຳ ໄປຫາຂັ້ນກາງສູງ ໄດ້ວິພາກວິຈານກັນວ່າ ເປັນຫຍັງໃນຂະນະທີ່ ຜະລິດຕະພັນລວມຍອດເພີ່ມຂື້ນເລີຍໆ ບໍ່ຫລຸດ 6% ຫາ 7% ຕໍ່ປີໃນໄລຍະ 10 ກວ່າປີມານີ້ ແຕ່ວ່າເປັນຫຍັງການແກ້ໄຂບັນຫາຄວາມຮຸນແຮງໃນຄອບຄົວ (ຄວາມຮຸນແຮງຕໍ່ຮ່າງກາຍ, ຕໍ່ຈິດໃຈ, ທາງເພດ ແລະ ຊັບສິນ ຫຼື ເສດຖະກິດ) ຈຶ່ງຍັງເກີດມີຢູ່ເປັນປະຈຳ ແລະ ກໍຍັງແມ່ນຜູ້ຊາຍທີ່ມີອຳນາດກວມລວມ ແມ່ນແຕ່ຜູ້ເປັນພໍ່, ເປັນຜົວ, ເປັນອ້າຍ, ເປັນນ້ອງຊາຍ ກໍຍັງມີອຳນາດຫຼາຍກວ່າເພດຍິງໃນຄອບຄົວ? ມີການຕັ້ງຄຳຖາມນີ້ຕໍ່ບັນດາຕົວແທນຂອງປະເທດເອີລົບເໜືອ ໂດຍສະເພາະປະເທດຜູ້ເພີ່ນ ມີຄວາມສຳເລັດສູງໃນການສົ່ງເສີມຄວາມສະເໝີພາບທາງເພດ ແລະ ສົ່ງເສີມແມ່ຍິງເຂົ້າສູ່ວົງການອຳນາດທາງການເມືອງ (ເຊັ່ນ ປະເທດຟິນແລນທີ່ມີນາຍົກລັດຖະມົນຕີ ເປັນແມ່ຍິງ ແລະ ເປັນແມ່ຍິງໜຸ່ມອາຍຸພຽງແຕ່ 34 ປີ ແລະ ຄະນະລັດຖະບານສ່ວນໃຫຍ່ກໍແມ່ນແມ່ຍິງ).
ຄຳຕອບທີ່ໄດ້ຮັບແມ່ນວ່າ ເລື່ອງນີ້ຕ້ອງໄດ້ມີການສຶກສາອົບຮົມຢ່າງເຖິງຖອງໂດຍເລີ່ມມາຈາກຄອບຄົວ, ສິດສອນຝຶກແອບກັນມາແຕ່ນ້ອຍໆໃນຄອບຄົວເພື່ອໃຫ້ຮູ້ວ່າ ເດັກຊາຍ ແລະ ເດັກຍິງສາມາດເຮັດວຽກໄດ້ເຊັ່ນກັນ ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຜູ້ຊາຍຕ້ອງຮູ້ເຄົາລົບແມ່ຍິງ ເພາະແມ່ຍິງເປັນຜູ້ແບກຫາບພາລະບົດບາດທີ່ຍິ່ງໃຫຍ່ຕາມທຳມະຊາດທີ່ຜູ້ຊາຍຈະປະຕິບັດແທນບໍ່ໄດ້, ສຶກສາອົບຮົມໃຫ້ລູກເຕົ້າ, ອ້າຍ-ນ້ອງຊາຍຮູ້ໜ້າທີ່, ຮູ້ປະພຶດທີ່ເໝາະສົມ, ມີມາລະຍາດຕໍ່ກັນ ແລະ ກັນ ໂດຍສະເພາະຜູ້ເປັນພໍ່ຈະຕ້ອງປະພຶດປະຕິບັດຕົນເປັນແບບຢ່າງເຮັດໃຫ້ລູກຊາຍເຫັນວ່າເຮົາເປັນເພດຊາຍທີ່ມີໜ້າທີ່ຊ່ວຍເຫຼືອຄອບຄົວແນວໃດ ໃນວຽກບ້ານ ແລະ ນອກບ້ານ. ຢູ່ໂຮງຮຽນກໍເລີ່ມຈາກໂຮງຮຽນອະນຸບານໂດຍການປະສານສົມທົບກັບການສິດສອນໃນຄອບຄົວເພື່ອເຮັດແນວໃດໃຫ້ມີການປະພຶດປະຕິບັດ, ການສຶກສາອົບຮົມ, ການຝຶກຝົນຄວາມສິ້ນເຄີຍ ແນໃສ່ເຮັດໃຫ້ເດັກນ້ອຍທີ່ຈະກາຍເປັນຜູ້ໃຫຍ່ໃນວັນຂ້າງໜ້າໄດ້ກາຍເປັນສຸພາບບູລຸດສະມາຊິກທີ່ດີຂອງຄອບຄົວ, ຂອງສັງຄົມ ແລະ ວົງຄະນາຍາດ ປະເທດຊາດ.
ເມື່ອຂຽນມາຮອດບ່ອນນີ້ ໄດ້ເຮັດໃຫ້ຂ້າພະເຈົ້າ ຄິດເຖິງຄຳໂອວາດຂອງທ່ານນາງ ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ກ່າວໃນບາງຕອນ ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ວັນທີ 7 ກຸມພາ 2020 ໂດຍເວົ້າວ່າ ການສົ່ງເສີມຄວາມສະເໝີພາບຂອງແມ່ຍິງລາວແມ່ນໄດ້ຮັບການເອົາໃຈໃສ່ ຈາກພັກລັດນັບແຕ່ຕົ້ນຕະຫຼອດມາ ເຊິ່ງອີກບໍ່ດົນ ພວກເຮົາກໍຈະໄດ້ສະເຫຼີມສະຫຼອງໃຫຍ່ວັນຄົບຮອບ 65 ປີຂອງການປະກາດ ໂຄງການການເມືອງ 12 ຂໍ້ ເຊິ່ງໜຶ່ງຂໍ້ໃນນັ້ນ ໄດ້ກຳນົດຈະແຈ້ງ ເຖິງການສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ. ນອກຈາກນີ້ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ທີ່ຖືກຮັບຮອງເອົາໃນສະພາແຫ່ງຊາດປີ 2019 ກໍຈະຖືກປະກາດໃຊ້ໃນປີ 2020 ນີ້. ແມ່ຍິງລາວຫວັງວ່າ ກົດໝາຍດັ່ງກ່າວ ຈະຊ່ວຍເຮັດໃຫ້ສະພາບຄວາມຫນັກຫນ່ວງສຳຫລັບແມ່ຍິງ (ແມ່ຍິງທີ່ເປັນພະນັກງານ ທີ່ເກີດລູກກໍຕ້ອງໄດ້ລາພັກການ ແລະ ການເຮັດວຽກຕາມໜ້າທີ່ກໍບໍ່ຕໍ່ເນື່ອງ, ເມື່ອເກີດລູກມາແລ້ວ ກໍຕ້ອງໄດ້ຈຽດເວລາໄປໃຫ້ນົມລູກ, ເວລາລູກເຈັບເປັນ ກໍຕ້ອງໄດ້ເບີ່ງແຍງທັງເວັນທັງຄືນ, ຂາດການ, ຍາມປົກກະຕິທຳມະດາ ກໍຕ້ອງໄດ້ໃຊ້ເວລາເບີ່ງແຍງລູກເຕົ້າ ແລະ ວຽກບ້ານການເຮືອນ ແລະ ເມື່ອລູກຮອດອາຍຸໄປໂຮງຮຽນ ກໍແມ່ນແມ່ຍິງແບກຫາບພາລະ 70% ຫາ 80% ອັນມີສ່ວນກະທົບໃສ່ວຽກງານຫ້ອງການ…) ຈະຄ່ອຍໆໄດ້ຮັບການແກ້ໄຂ ແລະ ສົ່ງເສີມໃຫ້ແມ່ຍິງລາວ ໄດ້ມີໂອກາດເຂົ້າເຖິງອຳນາດການເມືອງ, ເສດຖະກິດ ແລະ ຖານະທາງສັງຄົມດັ່ງດຽວກັບເພດຊາຍ.
ແມ່ນແລ້ວການສຶກສາອົບຮົມ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການສຶກສາອົບຮົມ ໃຫ້ມີຄວາມຕື່ນຕົວ ຂອງເພດຊາຍ ໃນການລຶບລ້າງຄວາມຊິນເຄີຍເກົ່າແກ່ ຊິນເຄີຍລ້າຫຼັງແມ່ນຂະບວນການທີ່ຕ້ອງໃຊ້ເວລາ. ແຕ່ວ່າເຖິງຢ່າງໃດກໍຕາມ ຂ້າພະເຈົ້າມີຄວາມຫວັງ ດ້ວຍຄວາມໝັ້ນໃຈວ່າ ຄຽງຄູ່ກັບການແບ່ງປັນໂຄວຕ້າ (Quota) 50% ໃຫ້ແມ່ຍິງລາວ ໄດ້ເປັນສະມາຊິກສະພາແຫ່ງຊາດໃນປີ 2030 ຕາມເປົ້າຫມາຍຂອງການພັດທະນາແບບຍືນຍົງ (SDG: Sustainable Development Goals) ຂອງ ສປຊ ແລະ ການລົງມື ຈັດຕັ້ງປະຕິບັດກົດຫມາຍກ່ຽວກັບຄວາມສະເໝີພາບຍິງ-ຊາຍ ຢ່າງເຖິງຖອງໂດຍເອົາເຂົ້າເປັນຫຼັກສູດໜຶ່ງໃນໂຮງຮຽນ, ຍົກຂຶ້ນກວດກາໃນກອງປະຊຸມປະຈໍາເດືອນຂອງພະນັກງານລັດ ແລະ ກອງປະຊຸມປະຈໍາເດືອນຂອງພາກທຸລຳກິດເອກະຊົນກໍຄື ການເຜີຍແຜ່ໃຫ້ກ້ວາງຂວາງ ໃນສື່ມວນຊົນທຸກຮູບແບບ ແລະ ໃນທຸກລະດັບອຳນາດການປົກຄອງ ນັບແຕ່ຂັ້ນບ້ານ, ຄຽງຄູ່ໄປກັບການປະຕິບັດນະໂຍບາຍ 3 ສ້າງ; ຂ້າພະເຈົ້າເຊື່ອໝັ້ນຢ່າງແຮງກ້າວ່າ ເຖິງແມ່ນວ່າຮີດຄອງເກົ່າແກ່ລ້າຫລັງຂອງສັກດິນາທີ່ຍັງຕົກຄ້າງຢູ່ໃນແນວຄິດຈິດໃຈ ກໍຄືຄວາມສີ້ນເຄີຍ ໃນການດຳລົງຊິວິດຄອບຄົວ (ເພດຊາຍເປັນຈຸດຫນັກ) ກໍຈະຖືກລົບລ້າງ ໄປຈາກແນວຄິດຈິດໃຈລ້າຫລັງເປັນເທື່ອລະກ້າວ ແລະ ຈະຄ່ອຍໆໝົດສິ້ນໄປ. ທັງຫມົດນີ້ກໍເພື່ອແນໃສ່ເຮັດໃຫ້ອະນຸຊົນ ຄົນເກີດໃຫມ່ໃຫຍ່ລຸນ ລຸ້ນ Alpha (ລຸ້ນເກີດຫລັງປີ 2010) ໄດ້ມີໂອກາດຊົມໃຊ້ ແລະ ມີຊີວິດຢ່າງເບີກບານມ່ວນຊື່ນ ກັບໝາກຜົນຂອງກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງຊາຍ ກໍຄື ໝາກຜົນຂອງການຕໍ່ສູ້ຂອງບັນພະບູລຸດ ລຸ້ນພໍ່ແມ່ເຖົ້າແກ່, ແມ່ປ້າ, ນ້າສາວ ຂອງຕົນທີ່ໄດ້ສ້າງໄວ້ໃນປະເທດ ທີ່ຈະໄດ້ຮັບການພັດທະນາດີຂື້ນຢ່າງບໍ່ຢຸດຍັ້ງ.
ສຸດທ້າຍນີ້, ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ 2020, ຂ້າພະເຈົ້າ ຂໍຖືເອົາລືກງາມຍາມດີນີ້ ອວຍພອນມາຍັງ ສູນກາງສະຫະພັນແມ່ຍິງລາວພ້ອມສະມາຊິກ ແລະ ແມ່ຍິງທັງໝົດຈົ່ງປະສົບຄວາມສຳເລັດໃນການຕໍ່ສູ້ເອົາຄວາມສະເໝີພາບທາງເພດ, ຂໍໃຫ້ທຸກໆທ່ານຈົ່ງປະສົບແຕ່ຄວາມສຸກ, ຄວາມອຸດົມສົມບູນ, ຄວາມຈະເລີນຮຸ່ງເຮືອງ ຂອງຊີວິດທີ່ພວມກ້າວເຂົ້າສູ່ ຄວາມສະເໝີພາບຍິງຊາຍຢ່າງເຕັມສ່ວນດ້ວຍເທີ້ນຕາມທິດຂອງຄຳຂວັນວັນແມ່ຍິງສາກົນ 8 ມີນາ 2020 ປີນີ້ທີ່ກຳນົດວ່າ “Each for Equal” (ແຕ່ລະຄົນເພື່ອຄວາມເທົ່າທຽມ).