ວິທີແກ້ບັນຫາແວ່ນຕາມົວໃນເວລາໃສ່ຜ້າອັດປາກ
March 5, 2020 - 1:13 PM
ແວ່ນຕາເປັນຝ້າມົວຕອນໃສ່ຜ້າອັດປາກ ຫລື ໜ້າກາກອະນາໄມ ຄວາມຈິງແລ້ວມີວິທີແກ້ໄຂໃຫ້ແວ່ນຕາໃສຂຶ້ນມາໄດ້ແບບງ່າຍໆ ພຽງແຕ່ຮູ້ເຕັກນິກການໃສ່ຜ້າອັດປາກຕໍ່ໄປນີ້ ກໍຈະຊ່ວຍຮັກສາແວ່ນຕາຂອງທ່ານບໍ່ໃຫ້ມົວຍ້ອນອາຍຂອງລົມຫາຍໃຈອີກຕໍ່ໄປ.

ການໃສ່ຜ້າອັດປາກ ຫລື ໜ້າກາກອະນາໄມ ຊ່ວຍປ້ອງກັນໄດ້ທັງເຊື້ອພະຍາດທີ່ອາດຕິດຕໍ່ທາງລົມຫາຍໃຈ ລວມທັງນຳ້ມູກ, ນຳ້ລາຍ, ຂີ້ກະເທີ່, ລະອອງຝອຍຈາກການຈາມ, ການໄອ ທັງຍັງຊ່ວຍປ້ອງກັນມົນລະພິດອື່ນໆເຂົ້າສູ່ຮ່າງກາຍຂອງເຮົາໄດ້ນຳ, ແຕ່ເຖິງແນວໃດ ຫລາຍຄົນກໍເບື່ອທີ່ຈະໃສ່ຜ້າອັດປາກ ໂດຍສະເພາະຄົນທີ່ຕ້ອງໃສ່ແວ່ນຕາທັງຫລາຍ ເພາະໃສ່ຜ້າອັດປາກແລ້ວເຮັດໃຫ້ແວ່ນຕາເປັນຝ້າມົວຈົນໜ້າລຳຄານ. ສະນັ້ນ ມາເບິ່ງວິທີແກ້ບັນຫານີ້ກັນເລີຍ :

- ວິທີພັບ :
- ແວ່ນຕາເປັນຝ້າ ບັນຫາໜັກໃຈຂອງຄົນໃສ່ແວ່ນຕາທີ່ຕ້ອງໃສ່ຜ້າອັດປາກ ສະນັ້ນ ລອງພັບຜ້າອັດປາກທາງເທິງທີ່ເປັນໂຄງລວດຕາມຮູບ.
- ເມື່ອໃສ່ຜ້າອັດປາກຮຽບຮ້ອຍແລ້ວ ໃຫ້ກົດພາກສ່ວນທີ່ເປັນໂຄງລວດໃຫ້ຕິດເຂົ້າກັບສັນດັງ ແລ້ວຈຶ່ງໃສ່ແວ່ນຕາທັບຜ້າອັດປາກອີກເທື່ອໜຶ່ງ.
- ເຈ້ຍອະນາໄມເປັນໂຕຊ່ວຍ :
- ເອົາເຈ້ຍອະນາໄມມາພັບເຄິ່ງ ແລ້ວວາງໃສ່ທາງໃນຂອງຜ້າອັດປາກ ໂດຍວາງເຈ້ຍອະນາໄມໃຫ້ຢູ່ເໜືອຜ້າອັດປາກໜ້ອຍໜຶ່ງ ຕາມຮູບ.
ພຽງເທົ່ານີ້ທ່ານກໍຈະໃສ່ຜ້າອັດປາກໄດ້ແບບສະບາຍໆ ບໍ່ຕ້ອງກັງວົນນຳເລື່ອງແວ່ນຕາເປັນຝ້າມົວອີກແລ້ວ.