ມາລະຍາດນັກຂັບຂີ່
ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງທັງຫຼາຍ! ມື້ນີ້ພວກເຮົາຈະນຳເອົາມາລະຍາດນັກຂັບຂີ່, ມາແລກປ່ຽນກັນຕື່ມອີກເພື່ອຈະໄດ້ຮ່ວມກັນປັບປຸງແກ້ໄຂ.

ເມື່ອເວົ້າເຖິງມາລະຍາດຂອງນັກຂັບຂີ່ລາວເຮົາແລ້ວ ສ່ວນຫຼາຍແມ່ນດີ, ມີຈິດສຳນຶກສູງໃນການຂັບຂີ່, ໃສ່ໃຈກົດຈະລາຈອນ ແຕ່ຂະນະດຽວກັນກໍຍັງມີຫຼາຍຄົນຍັງບໍ່ໃສ່ໃຈປານໃດ, ໂດຍສະເພາະແມ່ນດ້ານມາລະຍາດ, ຖືເບົາລະບຽບຈະລາຈອນ ມີພຶດຕິກຳສໍ້ສົນຂາດຈັນຍາບັນຂອງນັກຂັບຂີ່ທີ່ດີເຊັ່ນ: ແລ່ນໄວເກີນຂອບເຂດກຳນົດ, ແຊງຊ້າຍ, ແຊງຂວາ, ຊູຊີຢ່າງບໍມີບໍ່ມີມາລະຍາດ, ສະເພາະຢູ່ລາວ ຍັງປາກົດມີໃຫ້ເຫັນຫຼາຍທີ່ສຸດ. ອັນໄດ້ເຮັດໃຫ້ເສັ້ນທາງແອອັດຢູ່ແລ້ວຍິ່ງຕິດຂັດຕື່ມອີກ ແລະ ຮ້າຍແຮງໄປກວ່ານັ້ນບາງຄົນຍັງໂມໂຫຮ້າຍດ່າຜູ້ອື່ນ, ໃຊ້ອາລົມບີບແກໃສ່ຜູ້ອື່ນຢ່າງໄຮ້ສາລະ.

ຜູ້ຂັບຂີ່ທີ່ຂາດມາລະຍາດຄືແນວນັ້ນ ບາງທີກໍອາດເນື່ອງມາຈາກລະດັບການສຶກສາ,ຜູ້ບອກສອນ ຫລື ໂຮງຮຽນການຂັບຂີ່ຍັງຖືເບົາຕໍ່ການສຶກສາອົບຮົມຄຸນສົມບັດ ແລະ ຈັນຍາບັນຂອງຜູ້ຂັບຂີ່ໄດ້ບໍ່ພຽງພໍ ແລະ ສິ່ງນີ້ກໍບໍ່ຕິເພາະຜ່ານມານັກຂັບຂີ່ລາວເຮົາຈຳນວນຫນຶ່ງບໍ່ໄດ້ຜ່ານໂຮງຮຽນການຂັບຂີ່ທີ່ມີມາດຕະຖານພໍ,ໃບຂັບຂີ່ໄດ້ມາແມ່ນຍ້ອນໄກ່ງວງ ຫລື ສ່ວນຫນຶ່ງຍັງຢູ່ໃນເກນໄວຂະນອງໃຈຮ້ອນ ແລະ ສ່ວນຫນຶ່ງກໍຍັງມັກດື່ມສິ່ງມຶນເມົາແລ້ວຂັບລົດໂດຍບໍ່ຢ້ານກົວຕໍ່ລະບຽບການ ແລະ ເຈົ້າຫນ້າທີ່ແຕ່ຢ່າງໃດ… ເຖິງແມ່ນເຈົ້າໜ້າທີ່ ຈະເອົາໃຈໃສ່ເຂັ້ມງວດປານໃດກໍຕາມແຕ່ກໍຍັງບໍ່ສາມາດສະກັດກັ້ນສິ່ງຫຍໍ້ທໍ້ດັ່ງກ່າວລົງໄດ້ພໍປານໃດ, ການລະເມີດ ແລະ ການເກີດອຸປະຕິເຫດກໍເພີ່ມຂຶ້ນນັບມື້, ຊຶ່ງຜົນກະທົບດັ່ງກ່າວCOVID-19ກໍບໍ່ສາມາດໄລ່ທ່ວງທັນໄດ້, ສະເພາະຢູ່ລາວເຮົາປີຫນຶ່ງໆ ມີຜູ້ເສຍຊີວິດຈາກອຸປະຕິເຫດກໍມີເປັນສິບເປັນຮ້ອຍຄືກັນ. ດັ່ງນັ້ນຖ້າທຸກຄົນເຮົາບໍ່ເປັນເຈົ້າການຮ່ວມກັນ, ນັກຂັບຂີ່ເຮົາທຸກຄົນຫາກບໍ່ຄຳນຶງເຖິງຈັນຍາບັນຂອງຕົນແລ້ວ,ສົງຄາມຕ້ານອຸປະຕິເຫດບົນທ້ອງຖະຫນົນຢູ່ລາວເຮົາກໍຍິ່ງຈະແກ່ຍາວ.

ເຖິງເວລາແລ້ວທີ່ພວກເຮົາທຸກຄົນຈະຕ້ອງໄດ້ເພິ່ມທະວີຄວາມເປັນເຈົ້າການ ແລະ ຈັນຍາບັນຂອງຕົນໃນການນຳໃຊ້ລົດໃຊ້ຖະຫນົນໃຫ້ມີມາລະຍາດສູງສົ່ງຂຶ້ນຕື່ມ ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງພົນລະເມືອງ, ເຮັດໃຫ້ບ້ານເມືອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຈະເລີນສີວິໄລ.