ພາຍຸລະດູຮ້ອນພັດເຂົ້າຫລວງພະບາງເສຍຫາຍໜັກ
March 5, 2020 - 4:01 PM

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ພາຍຸລະດູຮ້ອນພັດເຂົ້ານະຄອນຫລວງພະບາງ ແລະ ບາງແຂວງທາງພາກເໜືອຂອງລາວໃນແລງວັນທີ 4 ມີນານີ້.

ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ການດຳລົງຊີວິດຂອງປະຊາຊົນໃນເຂດດັ່ງກ່າວ, ເຮືອນຊານບ້ານຊ່ອງເປ່ເພເສຍຫາຍ,ໂດຍສະເພາະແມ່ນບັນດາແຝງລອຍ, ຮ້ານຂາຍເຄື່ອງຢູ່ຕາມຕະຫລາດຕ່າງໆເພພັງ, ສິນຄ້າເຄື່ອງຂອງປີວກະແຈກກະຈາຍຕົກເຮ່ຍເສຍຫາຍເປັນຈຳນວນຫລາຍ ແລະ ມີຕົ້ນໄມ້ໃຫຍ່ໃນກະໂຕຕົວເມືອງມໍລະດົກໂລກຫັກ ແລະ ໂຄ່ນລົງມາທັບເອົາລົດລາງພາຫະນະຂອງປະຊາຊົນເສຍຫາຍອີກຈຳນວນຫນຶ່ງ, ຊຶ່ງປັດຈຸບັນທາງອຳນາດການປົກຄອງ ແລະ ພະແນກການກ່ຽວຂອງພວມຮີບຮ້ອນຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນ ແລະ ລວບລວມຜົນເສຍຫາຍ ໃຫ້ສຳເລັດໄວໆນີ້ ເພື່ອຫາວິທີທາງຊ່ວຍເຫລືອແກ້ໄຂໃຫ້ທັນເວລາ.


