ອົດສະຕຣາລີ ມີຜູ້ເສຍຊີວິດຈາກ “ໂຄວິດ-19” ແລ້ວ 2 ຄົນ
ໃນວັນທີ 5 ມີນາ ມີລາຍງານຢືນຢັນວ່າ: ຍິງໄວ 95 ປີຜູ້ມີຜົນການທົດສອບໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ເປັນບວກ ໄດ້ເສຍຊີວິດແລ້ວໃນອາທິດນີ້ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດລວມຢູ່ອົດສະຕຣາລີຈາກໄວຣັສດັ່ງກ່າວມີ 2 ຄົນແລ້ວ.
ຍິງຄົນດັ່ງກ່າວເປັນໜຶ່ງໃນຜູ້ຢູ່ອາໄສຈຳນວນຫລາຍໃນສູນເບິ່ງແຍງຜູ້ອາຍຸສູງຂອງຊິດນີ້ ທີ່ສຳຜັດໃກ້ຊິດກັບແພດໝໍທີ່ຕິດເຊື້ອ ທັງຍັງມີຜູ້ອາຍຸສູງໃນສູກເບິ່ງແຍງອີກ 2 ຄົນທີ່ມີຜົນການທົດສອບວ່າຕິດເຊື້ອເຊັ່ນກັນ.
ດຣ. ເຄີຣີ ຊານ ຫົວໜ້າເຈົ້າໜ້າທີ່ສາທາລະນະສຸກຂອງລັດນິວເຊົາເວລ (NSW) ຄາດວ່າຈະມີການຢືນຢັນພົບຜູ້ປ່ວຍໂຄວິດ-19 ເພີ່ມຈາກສະຖານະການດັ່ງກ່າວອີກ.
ໜຶ່ງໃນຜູ້ປ່ວຍຕິດເຊື້ອຄົນໃໝ່ຄືແພດທີ່ເຮັດວຽກຢູ່ໂຮງໝໍຊິດນີ ເຊິ່ງບໍ່ມີປະຫວັດການເດີນທາງໄປຕ່າງປະເທດເມື່ອມໍ່ໆນີ້ ແຕ່ມີປະຫວັດຕິດຕໍ່ກັບຜູ້ປ່ວຍ ແລະ ເຈົ້າໜ້າທີ່ຈຳນວນຫລາຍ.
ທ່ານ ແບຣດ ແຮຊາດ ລັດຖະມົນຕີກະຊວງສາທາລະນະສຸກຂອງນິວເຊົາເວລ ກ່າວວ່າ: ແພດຄົນດັ່ງກ່າວໄດ້ໄປເຂົ້າຮ່ວມສຳມະນາລັງສີວິທະຍາໃນເດືອນຜ່ານມາ ກ່ອນຈະຖືກບົ່ງມະຕິວ່າຕິດໂຄວິດ-19.
ນອກຈາກນີ້ ຍັງມີແພດເປັນຊາຍໄວ 53 ປີ ທີ່ໄດ້ຮັບການບົ່ງມະຕິວ່າຕິດໂຄວິດ-19 ໃນອາທິດນີ້ ທັງຍັງມີປະຫວັດເຂົ້າຮ່ວມກອງປະຊຸມພ້ອມກັບຜູ້ຊ່ຽວຊານທາງການແພດອີກ 77 ຄົນ.