ສູດຢາສະໝຸນໄພປົວພະຍາດລີ້ນ, ກີບຕີບ ງົວ-ຄວາຍເປັນແຜອັກເສບ
ຮຽບຮຽງໂດຍ: ເຂັມພອນ ທິພົມມະຈັນ
ສູດຢາສະໝຸນໄພປົວພະຍາດລີ້ນເປັນແຜອັກເສບຕຳລາຢາທີ 1.
ສ່ວນປະກອບ: ໝາກເຟືອງ 2 ໜ່ວຍ, ເກືອ ໜ້ອຍໜຶ່ງ
ວິທີປຸງແຕ່ງ: ຕັດໝາກເຟືອງເປັນຕ່ອນໆ, ແລ້ວໃສ່ເກືອພໍເຄັມໆ.
ວິທີໃຊ້: ປ້ອນໃຫ້ກິນມື້ລະ 2 ຄັ້ງເຊົ້າ ແລະ ແລງ.
ສັບພະຄຸນ: ພະຍາດລີ້ນເປື່ອຍຈະເຊົາພາຍໃນ 3 ມື້.
ຕຳລາຢາທີ 2.
ສ່ວນປະກອບ: ຫວ້ານໄຟ, ເກືອ
ວິທີປຸງແຕ່ງ: ຕຳຫວ້ານໄຟກັບເກືອພໍເຄັມໆ.
ວິທີໃຊ້: ໃຊ້ທາທີ່ປາກ ແລະ ລີ້ນ.
ສັບພະຄຸນ: ປົວປາກເປື່ອຍ ແລະ ລີ້ນໃຫ້ເຊົາເຈັບໄດ້.
ຢາປົວພະຍາດກີບຕີນງົວ-ຄວາຍອັກເສບຕຳລາຢາທີ1.
ສ່ວນປະກອບ: ເປືອກກົກດູ່ 3 ກຳມື, ເກືອ 1 ກຳມື, ໃບຫຍ້າຂິວ 3 ກຳມື.
ວິທີປຸງແຕ່ງ: ຕັດໃບຫຍ້າຂິວ ແລະ ເປືອກກົກດູ່ໃຫ້ເປັນຕ່ອນນ້ອຍໆ ແລ້ວນຳໄປໃສ່ໝໍ້ ໃສ່ເກືອລົງໄປຕື່ມນ້ຳລົງໄປໃຫ້ຖ້ວມຕົ້ມໃຫ້ຟົດປະມານ 10 ນາທີ (ພໍໃຫ້ຢາງອອກ) ແລ້ວປະ ໄວ້ໃຫ້ເຢັນ.
ວິທີໃຊ້: ເອົານ້ຳຢາລາດກີບຕີນທີ່ເນົ່າເປື່ອຍໃຫ້ປຽກ ມື້ລະ 3 ຄັ້ງ.
ສັບພະຄຸນ: ເຮັດຕິດຕໍ່ກັນ 7 ມື້ ອາການກີບຕີນເນົ່າຂອງຄວາຍຈະເຊົາ.
ຕຳລາຢາທີ 2.
ສ່ວນປະກອບ: ເປືອກກົກດູ່ຫລາຍເທົ່າໃດຍິ່ງດີ ແລະ ນ້ຳທຳມະດາ.
ວິທີປຸງແຕ່ງ: ຕົ້ມເປືອກກົກດູ່ຫລາຍພໍສົມຄວນກັບນ້ຳທຳມະດາ ແລະ ຕົ້ມຂ້ຽວຈົນໄດ້ນ້ຳສີ ແດງເຂັ້ມ.
ວິທີໃຊ້: ເຮັດຄອກແຄບກັ້ນສັດໃຫ້ພໍດີໂຕ ຂຸດຂຸມໃຫ້ໃຫຍ່ພໍດີໂຕສັດ, ເທນ້ຳເປືອກກົກດູ່ທີ່ຕົ້ມເຢັນແລ້ວລົງໃນຂຸມທີ່ຂຸດໄວ້. ຈູງເອົາສັດທີ່ຕີນເປື່ອຍທັງ 4 ຕີນ ນັ້ນແຊ່ລົງມື້ລະປະມານ 2-3 ຊົ່ວໂມງເຮັດ 4 ມື້ລຽນຕິດ.
ສັບພະຄຸນ: ອາການພະຍາດກີບຕີນເປັນບາດແຜ່ຈະຫາຍດີໄດ້.
