ກອງປະຊຸມສາກົນຄັ້ງທີ 23 ທີ່ຍີ່ປຸ່ນ ຮຽກຮ້ອງໃຫ້ຫັນເອົາໂລກາພິວັດສູ່ຜົນປະໂຫຍດໂດຍກົງ.


ກອງປະຊຸມສາກົນຄັ້ງທີ 23 ກ່ຽວກັບອະນາຄົດຂອງອາຊີ ແລະ ກອງປະຊຸມສຸດຍອດການຮ່ວມມືເສດຖະກິດອາຊີ-ປາຊີຟິກ ໄດ້ໄຂຂຶ້ນໃນວັນທີ 5 ມິຖຸນານີ້ ຢູ່ປະເທດຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ຫລາຍຝ່າຍຫັນເອົາຄວາມຫລາກຫລາຍດ້ານທ່າແຮງບົ່ມຊ້ອນ ແລະ ການປ່ຽນແປງໂລກາພິວັດນຳໄປສູ່ຜົນປະໂຫຍດໂດຍກົງໃນພາກພື້ນ ເຊິ່ງກອງປະຊຸມດັ່ງກ່າວນີ້ໄດ້ຮັບກຽດເຂົ້າຮ່ວມຂອງບັນດາທ່ານນາຍົກລັດ ຖະມົນຕີ, ລັດຖະມົນຕີ, ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆ, ຊ່ຽວຊານເສດຖະກິດ, ຜູ້ປະກອບການ, ຜູ້ສັງເກດການ ແລະ ນັກວິຊາການກ່ຽວຂ້ອງຈາກ 10 ປະເທດສະມາຊິກອາຊຽນ, ຂົງເຂດພາກພື້ນອາຊີ ແລະ ອື່ນໆ, ສ່ວນ ສປປ ລາວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ກ່າວໃນເວທີກອງປະຊຸມນີ້ວ່າ: ບັນດາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ມີຄວາມສຳຄັນຫລາຍໃນການຊຸກຍູ້ການປ່ຽນແປງໂລກາພິວັດໃຫ້ເກີດຜົນປະໂຫຍດລວມທີ່ຍືນຍົງ, ໃນນັ້ນຂອບການຮ່ວມມືຫລາຍຝ່າຍຈະນຳໄປສູ່ຜົນປະໂຫຍດໂດຍກົງຕໍ່ພາກພື້ນຂອງພວກເຮົາ ໂດຍສະເພາະສັນຕິພາບ, ສະຖຽນລະພາບ, ທ່າແຮງບົ່ມຊ້ອນ, ການພັດທະນາເສດຖະກິດ-ສັງຄົມ. ພ້ອມດຽວກັນນີ້ ຜົນກະທົບໃນທາງບວກກ່ຽວກັບສະຖຽນລະພາບດ້ານການເມືອງ ແລະ ການຈັດລະບຽບສັງຄົມກໍຈະສາມາດຊ່ວຍຫລຸດຜ່ອນຂໍ້ຂັດແຍ່ງໄດ້ເຊັ່ນດຽວກັນ.
ທ່ານາຍົກແຫ່ງ ສປປ ລາວ ກ່າວວ່າ: ອາຊຽນໄດ້ສະແດງບົດບາດສຳຄັນໃນເວທີກອງປະຊຸມດັ່ງກ່າວ ນັບແຕ່ໄລຍະຜ່ານມາເຖິງປັດຈຸບັນນີ້ ອາຊີໄດ້ຮັບຮອງເອົາໂຄງສ້າງອະນຸພາກພື້ນ ແລະ ພາກພື້ນ ຄືການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ, ກອງປະຊຸມສຸດຍອດອາຊຽນ, ອາຊຽນ +1, ອາຊຽນ +3, ກອງປະຊຸມສຸດຍອດອາຊີຕາເວັນອອກ ເຊິ່ງບັນດາປະເທດຕ່າງໆໄດ້ຮ່ວມກັນສ້າງຂຶ້ນເປັນຮູບປະທຳ ແລະ ໄດ້ມີການຈັດຕັ້ງປະຕິ ບັດກອງປະຊຸມສຳຄັນຕ່າງໆຢ່າງກວ້າງຂວາງ ແນໃສ່ໃນການຊອກຫາຊ່ອງທາງແກ້ໄຂບັນຫາຮ່ວມກັນທີ່ເໝາະສົມ ໂດຍສະເພາະຂໍ້ຂັດແຍ່ງດ້ານການເມືອງ ແລະ ເສດຖະກິດໂດຍສັນຕິວິທີ ບົນພື້ນຖານລະບຽບຫລັກການ ແລະ ຜົນປະໂຫຍດເຊິ່ງກັນ ແລະ ກັນ.