ໂອເປັກ ຫລຸດການຜະລິດນ້ຳມັນເພີ່ມ 1,5 ລ້ານບາເຣລຕໍ່ວັນ
ອີຣານຢືນຢັນໂອເປັກມີມະຕິຫລຸດການຜະລິດນ້ຳມັນອີກ 1,5 ລ້ານບາເຣລຕໍ່ວັນ, ຂະນະລໍທ່າທີຣັດເຊຍ.

ທ່ານ ບິຈານ ຊານກາເນ ລັດຖະມົນຕີນ້ຳມັນອີຣານ ຢືນຢັນວ່າ: ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ເຫັນພ້ອມກັນຈະຫລຸດກຳລັງການຜະລິດອີກ 1,5 ລ້ານບາເຣລຕໍ່ວັນ ເພື່ອທົດແທນອຸປະສົງນ້ຳມັນທີ່ຫລຸດລົງ ເນື່ອງຈາກການແຜ່ລະບາດຂອງໄວຣັສໂຄວິດ-19.
ທ່ານ ຊານກາເນ ຍັງກ່າວວ່າ: ໂອເປັກຕ້ອງການໃຫ້ປະເທດພັນທະມິດໃຫ້ການຮ່ວມມືຫລຸດການຜະລິດນ້ຳມັນຈຳນວນ 500.000 ບາເຣລຕໍ່ວັນ ຈາກຈຳນວນ 1,5 ລ້ານບາເຣລຕໍ່ວັນ ທີ່ກຳນົດໄວ້.
ທັງນີ້ ທ່ານ ຊານກາເນ ກ່າວວ່າ: ຫລັງກອງປະຊຸມໂອເປັກຢູ່ນະຄອນຫລວງວຽນນາ ປະເທດໂອຕຣິດ ໃນວັນທີ 5 ມີນາ ກ່ອນໂອເປັກຈະປະຊຸມຮ່ວມກັບອີກ 10 ປະເທດພັນທະມິດ ນຳໂດຍຣັດເຊຍ ໃນວັນທີ 6 ມີນານີ ຕາມເວລາທ້ອງຖິ່ນ.
ຜ່ານມາ ຣັດເຊຍ ມີທ່າທີຄັດຄ້ານຂໍ້ສະເໜີທີ່ໃຫ້ໂອເປັກ ແລະ ພັນທະມິດຫລຸດກຳລັງການຜະລິດຫລາຍຂຶ້ນ ໂດຍເຫັນວ່າຄວນມີການຂະຫຍາຍເວລາໃນການຫລຸດກຳລັງການຜະລິດຕາມໂກຕ້າເກົ່າໃນປັດຈຸບັນໄປຈົນເຖິງໄຕມາດ 2.
ໃນກອງປະຊຸມຂອງກຸ່ມໂອເປັກ ແລະ ພັນທະມິດໃນປີຜ່ານມາ ກອງປະຊຸມມີມະຕິຫລຸດກຳລັງການຜະລິດອີກ 500.000 ບາເຣລຕໍ່ວັນ ລວມເປັນ 1,7 ລ້ານບາເຣລຕໍ່ວັນ ໃນໄລຍະເດືອນມັງກອນ-ມີນາປີນີ້.