ໄວໜຸ່ມລາວສູບຢາເພີ່ມຂື້ນ.
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຜົນສຳຫຼວດອັດຕາການສູບ ຢາຂອງຜູ້ໃຫຍ່ປີ 2019 ໄດ້ສະແດງໃຫ້ເຫັນວ່າ: ຜູ້ຊາຍຄົນລາວ ອາຍຸ 15 ປີຂຶ້ນໄປ ສູບຢາປະມານ 50% ຜູ້ຍິງສູບຢາ 7% ທຽບໃສ່ເມື່ອກ່ອນ, ອັດຕາການສູບຢາຂອງໄວໜຸ່ມລາວ ອາຍຸ 11-15 ປີ ຊີ້ໃຫ້ເຫັນວ່າ ໄວໜຸ່ມຊາຍສູບຢາປະມານ 15,7% ແລະ ໄວໜຸ່ມຍິງສູບຢາເກືອບ 6%, ໃນນີ້ ລວມທັງສູບຢາໄຟຟ້າ. ຈາກສະພາບດັ່ງກ່າວ ພາກລັດໄດ້ມີມາດຕະການແກ້ໄຂດ້ວຍຫລາຍວິທີການເຊັ່ນ: ເພີ່ມການໂຄສະນາໄພອັນຕະລາຍຂອງຢາສູບ, ຈັດໂຄງການວຽກງານຄວບຄຸມຢາສູບ ທີ່ໄດ້ຮັບທຶນຈາກກອງເລຂາສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ
ທ່ານ ພູນທອນ ເມືອງ ປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໂຄງການນີ້ຈະໄດ້ສຸມໃສ່ບາງມາດຕາຫຼັກຂອງສົນທິສັນຍາສາ ກົນວ່າດ້ວຍການຄວບຄຸມຢາສູບ ເຊັ່ນ: ວຽກງານປັບປຸງບາງນິຕິກຳທີ່ມີຄວາມຈຳເປັນຕ້ອງໄດ້ປັບປຸງໃຫ້ກະ ທັດຮັດ ຊັດເຈນ ແລະ ຖືກຕ້ອງຕາມຄຳແນະນຳຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ ສືບ ຕໍ່ຂະຫຍາຍເຂດປອດຄວັນຢາສູບໃຫ້ທົ່ວເຖິງ ແລະ ການປົກປ້ອງນະໂຍບາຍຕ່າງໆ ຈາກການແຊກແຊງຂອງບໍລິສັດຢາສູບທຸກຮູບແບບ ກະຊວງສາທາລະນະສຸກ ໃນນາມປະທານຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບຈະສືບຕໍ່ປະສານງານ ແລະ ເຮັດວຽກກັບບັນດາກະຊວງກ່ຽວຂ້ອງ ໂດຍສະເພາະກະຊວງການເງິນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ ກະຊວງແຜນການ ແລະ ການລົງທຶນ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳກ່ຽວກັບການຄວບຄຸມຢາສູບ ສືບຕໍ່ສ້າງຄວາມເຂົ້າໃຈໃຫ້ປະຊາຊົນຕໍ່ຜົນຮ້າຍທີ່ເກີດຈາກຢາສູບ ແລະ ການໄດ້ຮັບຄວັນຢາສູບຂອງຄົນອື່ນ ມີການກ່າວເຕືອນ ສຶກສາອົບຮົມ ແລະ ປັບໃໝຕໍ່ຜູ້ລະເມີດກົດໝາຍ ແລະ ນິຕິກຳກ່ຽວຂ້ອງໃຫ້ເຂັ້ມງວດ ເພື່ອປົກປ້ອງສຸຂະພາບຂອງທຸກຄົນຈາກຜົນຮ້າຍທີ່ເກີດຈາກຢາສູບ ການເສຍຊີວິດກ່ອນໄວອັນຄວນ ທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການປິ່ນປົວພະຍາດທີ່ເກີດຈາກຢາສູບ ໃຫ້ທຸກຄົນມີສຸຂະພາບເຂັ້ມແຂງ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ຈະເລີນຮຸ່ງເຮືອງ.