ຄັ້ງທຳອິດໃນຮອບ 24 ຊົ່ວໂມງ ມົນທົນຫູເປີຍ ຍົກເວັ້ນອູ່ຮັ່ນ ບໍ່ມີຜູ້ຕິດເຊື້ອຄົນໃໝ່
ມົນທົນຫູເປີຍ ຍົກເວັ້ນເມືອງອູ່ຮັ່ນ ບໍ່ມີລາຍງານຜູ້ຕິດເຊື້ອຄົນໃໝ່ເປັນຄັ້ງທຳອິດໃນຮອບ 24 ຊົ່ວໂມງ.
ສຳນັກຂ່າວ ຣອຍເຕີ ລາຍງານອ້າງຄະນະກຳມະການສຸຂະພາບແຫ່ງຊາດຈີນວ່າ: ມົນທົນຫູເປີຍຂອງ ສປ ຈີນ ເຊິ່ງບໍ່ລວມເມືອງຫລວງຂອງອູ່ຮັ່ນ ສູນກາງຂອງການແຜ່ລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ບໍ່ພົບຜູ້ຕິດເຊື້ອຄົນໃໝ່ໃນຮອບ 24 ຊົ່ວໂມງເປັນຄັ້ງທຳອິດ ນັບແຕ່ເກີດການແຜ່ລະບາດໃນທ້າຍເດືອນມັງກອນຜ່ານມາ.
ໃນວັນທີ 5 ມີນາ ມີລາຍງານພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ຢູ່ເມືອງອູ່ຮັ່ນ 126 ຄົນ ໂດຍບໍ່ພົບຜູ້ຕິດເຊື້ອຄົນໃໝ່ຢູ່ເມືອງອື່ນໆຂອງມົນທົນຫູເປີຍ, ສ່ວນພື້ນທີ່ນອກມົນທົນຫູເປີຍ ພົບຜູ້ຕິດເຊື້ອພຽງ 17 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອຄົນໃໝ່ຂອງຈີນແຜ່ນດິນໃຫຍ່ໃນວັນທີ 5 ມີນາ ມີພຽງ 143 ຄົນ ເພີ່ມຂຶ້ນພຽງເລັກໜ້ອຍຈາກມື້ກ່ອນໜ້ານັ້ນທີ່ມີຈຳນວນ 139 ຄົນ.
ຜູ້ຕິດເຊື້ອນອກມົນທົນຫູເປີຍ ຈຳນວນ 17 ຄົນນັ້ນ 16 ຄົນ ເດີນທາງມາຈາກຕ່າງປະເທດ ໂດຍແບ່ງເປັນ 11 ຄົນ ມາຈາກມົນທົນການຊູ, 4 ຄົນ ຈາກນະຄອນຫລວງປັກກິ່ງ ແລະ ອີກ 1 ຄົນຢູ່ຊຽງໄຮ້.
ລາຍງານລະບຸອີກວ່າ: ຢູ່ມົນທົນການຊູ ມີການກັກຕົວຜູ້ທີ່ເດີນທາງມາຈາກປະເທດອິຕາລີໄວ້ 311 ຄົນ ໂດຍໃນນະຄອນຫລວງປັກກິ່ງ ພົບຜູ້ຕິດເຊື້ອ 4 ຄົນເດີນທາງມາຈາກປະເທດອິຕາລີ ປະເທດທີ່ກຳລັງມີການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່.