ຢູນີເຊັບ ຈະສັກຢາປ້ອງກັນມະເຮັງໃຫ້ເດັກນ້ອຍລາວ 360.000 ຄົນ
ອົງການຢູນີເຊັບ ຢືນຢັນຈະຊ່ວຍເຫລືອລ້າໃຫ້ເດັກນ້ອຍລາວ ເພື່ອສັກຢາປ້ອງກັນມະເຮັງປາກມົດລູກສໍາລັບເດັກອາຍຸແຕ່ 10-14 ປີ ໃຫ້ໄດ້ 360.000 ຄົນໃນທຸກໆແຂວງປີນີ້.
ອີງຕາມເວັບໄຊອົງການຢູນີເຊັບ ໃຫ້ຮູ້ວ່າ: ຂະບວນການສັກຢາກັນປ້ອງກັນມະເຮັງປາກມົດລູກໄດ້ເລີ່ມຕົ້ນເປັນທາງການໃນອາທິດນີ້ ເພື່ອປົກປ້ອງເດັກຍິງ ແລະ ໄວໜຸ່ມຈາກຄວາມສ່ຽງເປັນມະເຮັງປາກມົດລູກ. ວັກຊິນດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການ Gavi, ພັນທະມິດວັກຊິນ ແລະ ລັດຖະບານແຫ່ງ ສປປ ລາວ, ອົງການອະນາໄມໂລກ (WHO), ອົງການຢູນີເຊັບ (UNICEF) ແລະ ບັນດາຄູ່ຮ່ວມງານ.
ມະເຮັງປາກມົດລູກຖືເປັນມະເຮັງອັນດັບແຖວໜ້າໃນກຸ່ມແມ່ຍິງຢູ່ລາວ. ໃນແຕ່ລະປີມີແມ່ຍິງລາວປະມານ 320 ຄົນປ່ວຍເປັນມະເຮັງປາກມົດລູກ ແລະ ຫລາຍກວ່າເຄິ່ງໜຶ່ງໄດ້ເສຍຊີວິດ. ນັບແຕ່ປີ 2013-2015 ມີເດັກຍິງເກືອບ 15.000 ຄົນໃນນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນໄດ້ຮັບວັກຊິນປ້ອງກັນມະເຮັງປາກມົດລູກແລ້ວ.