ຫ້າມຈູດປ່າດັນໄປຈູດຫຍ້າຢູ່ຫາດດອນຈັນ
ໂດຍ: ທິດກໍ່າ
ເຫດໄຟໄໝ້ປ່າຫຍ້າຢູ່ຫາດດອນຈັນປາກົດວ່າມີມາສອງຄັ້ງແລ້ວ ແລະ ໃນແຕ່ລະຄັ້ງໃນເວລາໄຟພວມລຸກລາມໄໝ້ ເຮັດໃຫ້ຜູ້ຄົນທີ່ທ່ອງທ່ຽວໄປມາ, ຊອກຢູ່ຫາກິນແຖວໃກ້ຄຽງພາກັນຮືຮາ ແລະ ໂຫ່ໄປເບິ່ງໄປຊົມ ແລະ ພາກັນຖ່າຍຮູບສົ່ງອອກເປັນຂ່າວຄາວຜ່ານໂລກອອນລາຍໄປທົ່ວໂລກ. ເຫດໄຟໄໝ້ຄັ້ງທຳອິດ ພໍຮອດເຊົ້າມື້ໃໝ່ມາເຫັນຊາກຄົນຕາຍດຳຂື່ຫລືຕີນມືຊີ້ຟ້າແບບປິດສະໜາຈຳນວນໜຶ່ງສົບ ຈົນມາຮອດມື້ນີ້ກໍຍັງບໍ່ທັນມີແຫລ່ງຂ່າວຄາວບົ່ງບອກເຖິງສາເຫດ ແລະ ກໍບໍ່ຮູ້ວ່າເປັນຄົນຢູ່ໃສ, ບ້ານໃດ, ເມືອງໃດ, ປະເທດໃດ, ເປັນລູກຫລານໃຜ ແລະ ສາເຫດການຕາຍຄືແນວໃດເລີຍມິດຫາຍໄປຕາມການເວລາ ກໍສະແດງວ່າຕາຍໄປລ້າໆ (ຕາຍຟຣີ) ນັ້ນເອງ. ຢູ່ຕໍ່ມາອີກບໍ່ພໍຮອດສອງເດືອນ ຄືໃນຕອນທ່ຽງຂອງວັນທີ 27 ກຸມພາຜ່ານມານີ້ເອງ ພັດມີເຫດໄຟໄໝ້ຕື່ມອີກໃນບໍລິເວນຫາດດອນຈັນ. ແຕ່ວ່າເຫດໄຟໄໝ້ຄັ້ງທີສອງນີ້ບໍ່ເຫັນມີແຫລ່ງຂ່າວຄົນເຈັບຄົນຕາຍ, ຜົນເສຍຫາຍແຕ່ປະການໃດ.
ກ່າວເຖິງຫາດດອນຈັນ, ເຄີຍມີຕຳນານຄຽງຄູ່ກັບນະຄອນສີສັດຕະນາຄະນາຄຸດອຸດຕຣະມະນີ. ເບື້ອງແຄມຝັ່ງທ່າວັດຈັນລົງໄປຮອດຂົວຂາວບ້ານວັດນາກມີນ້ຳຂອງໄຫລຜ່ານກວ້າງເກືອບ 300 ແມັດ ແລະ ເລິກປະມານສອງຫາສາມແມັດ. ຢູ່ຫາດດອນຈັນຍັງມີບ້ານເຮືອນປະຊາຊົນເປັນສາມສີ່ສິບຫລັງ ເອີ້ນວ່າ: ບ້ານຫາດດອນຈັນ. ຢູ່ສົ້ນຫາດດ້ານໃຕ້, ດ້ານເໜືອ ແລະ ບໍລິເວນອ້ອມແອ້ມແຄມຫາດດ້ານຕາເວັນຕົກ ແລະ ຕາເວັນອອກກໍເຕັມໄປດ້ວຍສວນຜັກ, ສວນໝາກອຶ, ໝາກແຕງ, ສວນມັນດ້າງມັນເຜົາ ແລະ ໝາກເຜັດໝາກເຂືອຂອງຊາວບ້ານຫາດດອນຈັນຂຽວອຸ່ມທຸ່ມເຈືອລະເນືອເຕັມຄັບທີບ. ບັນດາຜົນລະປູກທີ່ວ່ານີ້ ແຕ່ລະມື້ຊາວສວນຫາດດອນຈັນໄດ້ເກັບກູ້ເອົາມາຈຳໜ່າຍຕາມແຄມທາງ, ທັງສະໜອງຕະຫລາດເຊົ້າລ້ຽງໄທວຽງຈັນຈົນອີ່ມພີມີຜະຫຍາມາຫລາຍເຊັ່ນຄົນ. ຕາມປະຫວັດເມືອງວຽງຈັນ ນ້ຳທີ່ໄຫລຜ່ານຫາດເປັນຄອນດອນຈັນ ນັບແຕ່ບ້ານຂຸນຕາລົງໄປສຸດບ້ານວັດນາກ ເອີ້ນວ່າ: ນ້ຳຮ້ວຍນ້ອຍອ້ອຍໜູ ມີປູປາອຸດົມສົມບູນຕຶກແຫໃສ່ເບັດໃສ່ມອງຖ້າຢາກຂ້າມໄປຊອກຢູ່ຫາກິນຢູ່ເບື້ອງຫາດກໍຕ້ອງໄດ້ຂີ່ເຮືອຂ້າມ.
ພໍຕົກມາເຖິງຍຸກນີ້, ຫາດດອນຈັນໄດ້ປ່ຽນໄປຢ່າງຫລັງມືເປັນໜ້າມື ຈົນຄົນຮຸ້ນໃໝ່ໄວຄະນອງບໍ່ຮູ້ວ່າທຳມະຊາດຫາດດອນຈັນແຕ່ກີ້ກັບດຽວນີ້ມັນແຕກຕ່າງກັນປານໃດ ?. ການປ່ຽນແປງ, ປ່ຽນໄປຂອງຫາດດອນຈັນສະໄໝນີ້ຄື: ບ້ານຫາດດອນຈັນໄດ້ມະຫັບມະຫາຍໄປຕາມການເວລາ ຍ້ອນການສ້າງສາພັດທະນາ. ອັນສອງມາກໍແມ່ນບໍ່ມີເຄື່ອງປູກຂອງຝັງທີ່ໄດ້ເຄີຍນຳເອົາມາລ້ຽງໄທວຽງຈັນຄືເກົ່າອີກ. ສ່ວນອັນທີສາມກໍບໍ່ໄດ້ຂີ່ເຮືອຂ້າມໄປຊອກຢູ່ຫາກິນຢູ່ຫາດເບື້ອງນັ້ນອີກ ຍ້ອນສາຍນ້ຳຂອງເຫືອດແຫ້ງ ມີຫາດຊາຍປົ່ງຂຶ້ນໃນແຕ່ລະປີ ຈົນວ່າບໍ່ມີຮອດນ້ຳໄຫລຜ່ານ. ນອກຈາກນັ້ນ ສິ່ງໃໝ່ໆທີ່ເກີດຂຶ້ນມາທົດແທນໃນຍຸກບ້ານເມືອງຈະເລີນນັ້ນ ກໍຄືມີຕຶກຫ້າງຮ້ານ, ມີໂຮງແຮມ, ຖະໜົນຫົນທາງລຽບຕາມແຄມຂອງ ກາງຄືນມາກໍມີການບໍລິການຂາຍສິນຄ້າຕ່າງໆ ເຊິ່ງເຂົາເອີ້ນວ່າ: ຕະຫລາດກາງຄືນ. ພໍເຖິງຍາມແລງມາ ຊາວນະຄອນຫລວງວຽງຈັນກໍຈະພາກັນໄປທ່ອງທ່ຽວ, ພັກຜ່ອນຢ່ອນອາລົມຍ່າງຊົມວິວທິວທັດ, ຊົມປ່າຫຍ້າຢູ່ຫາດດອນຈັນເປັນພຶງເປັນແພ ແລະ ພວມພັດທະນາໃຫ້ກາຍເປັນສະຖານທີ່ສຸກສັນຫັນສານັດພົບກັນໃນຍາມຣາຕີການຂອງຊາວນະຄອນຫລວງວຽງຈັນອີກແຫ່ງໜຶ່ງ. ຍິ່ງໄປກວ່ານັ້ນ ພໍເຖິງຍາມບຸນອອກພັນສາ, ບຸນຊ່ວງເຮືອ, ບຸນປີໃໝ່ ພວກທີ່ສວຍໂອກາດຫາກິນນຳຫາດດອນຈັນກໍພາກັນຕາຕີ່ຕາລານຈັບຈອງເອົາດິນດອນຕອນຫຍ້າ ນັບທັງຂອບເຂດສະຖານທີ່ບໍລິເວນແຄມຂອງ ເພື່ອຫາລາຍໄດ້ຈົນມີເງິນມີຄຳເຕັມໄຖ່, ເຕັມຖົງເປັນຈຳນວນບໍ່ໜ້ອຍ.
ສິ່ງທີ່ໜ້າວິຕົກກັບຫາດດອນຈັນໃນຍຸກນີ້, ພໍເລີກງານ, ເລີກບຸນໄປແລ້ວ ມີແຕ່ຂີ້ເຫຍື້ອເຕັມໄປຄັບທີບ. ຢູ່ກະໂຕຫາດດອນຈັນກໍມີປ່າຫຍ້າ, ປ່າເລົ່າຮົກປົກຫຸ້ມ ເບິ່ງຄືບໍ່ມີພາກສ່ວນໃດຫລຽວແລ, ຫລຽວລໍ່າ. ແຕ່ວ່າໃນທາງກົງກັນຂ້າມ ພໍໃກ້ຈະເຖິງຍາມບຸນຍາມທານ ຫາດດອນຈັນຈະກາຍເປັນເງິນເປັນຄຳ ແລ້ວພວກສວຍໂອກາດໜ້າເລືອດທັງຫລາຍກໍຈະພາກັນແລ່ນຍາດຄຸບຈົນໜ້າຜາກຊິຕຳກັນ. ເກີນວ່າມັນຄັກສົມພໍດີແຕ່ມີພວກຈັງໄຮເອົາໄຟໄປຈູດ, ພວກທີ່ຈູດນັ້ນຈັກວ່າເປັນຄົນດີ, ຄົນຮ້າຍ ຫລືວ່າ ຄົນບໍ່ເຕັມສະຫລຶງ. ພໍຈູດໄປແລ້ວພັດເຫັນຊາກສົບຄົນຕາຍດອຍຕີນມືຊີ້ຂຶ້ນຟ້າເກ່ເດ. ນີ້ລະຄືສະພາບຂອງຫາດດອນຈັນ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າຄິດ ເພື່ອຢາກໃຫ້ຫາດດອນຈັນຢູ່ຄຽງຄູ່ກັບໄທວຽງຈັນຕໍ່ໄປພາຍໜ້າ ທັງຫັນເອົາຫາດດອນຈັນໃຫ້ເປັນດອນເງິນດອນຄຳ ຂະແໜງການກ່ຽວຂ້ອງຄວນໄດ້ຄຳນຶງເຖິງການປົກປັກຮັກສາໃຫ້ສະອາດຈົບງາມ ທັງມີຄຸນຄ່າໃຫ້ເສດຖະກິດຂອງບ້ານເມືອງ. ໃນເງື່ອນໄຂພັກ-ລັດເຮົາພວມເລັ່ງສົ່ງເສີມການຜະລິດຂະໜາດນ້ອຍ, ຂະໜາດກາງ ຄວນໃຫ້ກຸ່ມຜະລິດກະສິກຳອິນຊີໄປບຸກເບີກປູກພືດຜັກຍາມແລ້ງ ເພື່ອລ້ຽງໄທວຽງຈັນອາດໄດ້ເງິນໄດ້ຄຳເປັນກອບເປັນກຳຍ້ອນ. ກົງກັນຂ້າມ ຖ້າຫາກປະປ່ອຍໄປຕາມຍະຖາກຳ ຫາດດອນຈັນອາດກາຍເປັນແຫລ່ງຫາດມະຫາປາໄລ ຍ້ອນພວກຈັງໄຮເອົາໄຟໄປຈູດ, ໄປເສບຢາບ້າ, ໄປຂ້າກັນຕາຍ, ສາລະພັດຢ່າງ ຫລື ບໍ່ກໍອາດມີພວກກຸ່ມຄົນບໍ່ດີສວຍໃຊ້ເປັນແຫລ່ງຊຸ້ມຊ້ອນ, ດັກຊຸ້ມເພື່ອກໍ່ຄວາມວຸ້ນວາຍໃນກະໂຕນະຄອນຫລວງວຽງຈັນກໍເປັນໄດ້. ຈຶ່ງຂໍສະເໜີໃຫ້ທ່ານເຈົ້າເມືອງຈັນທະບູລີ ແລະ ສີສັດຕະນາກໄປຈອບໄປແລກັ້ງໂກບເບິ່ງແດ່ ເພື່ອຊອກວິທີທາງຫລີກເວັ້ນບໍ່ໃຫ້ພວກຈັງໄຮເອົາໄຟໄປຈູດອີກຕໍ່ໄປ. ຖ້າເຮັດບໍ່ໄດ້ກໍສະແດງວ່າຄຳສັ່ງຫ້າມຈູດຂີ້ເຫຍື້ອ, ຈູດປ່າຂອງທ່ານເຈົ້າຄອງເປັນອຳມະພາດ ບໍ່ມີຜົນສັກສິດ ໄດ້ແຕ່ເວົ້າຢູ່ໃນຄຳພີດີກາ ແຕ່ບໍ່ມີໃຜນຳເອົາໄປຈັດຕັ້ງປະຕິບັດ ມັນກໍປຸກປານຢາບ້ານຫ້ອມນັ້ນແລ !.