ຖືກລົງໂທດຍ້ອນຂັງລູກໄວ້ໃນຕູ້ເສື້ອຜ້າ
Anthony Martinez ( ອາຍຸ 23 ປີ) ແລະ Elizabeth ຜູ້ເປັນເມຍ( ອາຍຸ 26 ປີ) ໄດ້ຂັງລູກຊາຍໄວ້ໃນຕູ້ເສື້ອຜ້າ ເປັນເວລາ ໜຶ່ງເດືອນ ອັນໄດ້ເຮັດໃຫ້ນ້ອງຄົນໜຶ່ງເສຍຊີວິດ.
ວັນທີ 2/3 ຜ່ານມານີ້, ສອງຜົວເມຍດັ່ງກ່າວ ພ້ອມກັບແມ່ຕູ້ຂອງເດັກຊາຍ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດຄຸ້ມ Coconino ລັດ Arizona ກັກຕົວດ້ວຍຂໍ້ຫາກັກຂັງໜ່ວງໜ່ຽວ, ທາລຸນເດັກ ແລະ ຂ້າຄົນ. ທັງສາມຄົນກຳລັງຖືກເຈົ້າໜ້າທີ່ກັກຂັງໄວ້ໃນຄຸກຂອງຄຸ້ມດັ່ງກ່າວ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ ວັນທີ 2/3 ໄດ້ຮັບສາຍທາງດ່ວນ ບອກວ່າພົບເຫັນເດັກຊາຍຄົນໜຶ່ງອາຍຸ 6 ປິກຳລັງສະຫຼົບຢູ່. ເມື່ອໄປເຖິງເຮືອນຂອງຄູ່ຜົວເມຍ Anthony ເຈົ້າໜ້າທີ່ກໍໄດ້ພົບເຫັນ ແລະ ຊ່ວຍກູ້ເອົາຊີວິດຂອງນ້ອງແຕ່ກໍບໍ່ສາມາດກອບກູ້ເອົາໄວ້ໄດ້.
ເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ ເທິງຮ່າງກາຍຂອງເດັກບໍ່ໄດ້ປາກົດມີຮ່ອງຮອຍຫຍັງເລີຍ ແຕ່ເມື່ອເບິ່ງສະພາບແລ້ວຄືຊິແມ່ນເດັກຂາດອາຫານການກິນ ທີ່ມີທາດບຳລຸງ.
ໃຫ້ປາກຄຳຕໍ່ເຈົ້າໜ້າທີ່, Anthony ແລະ Elizabeth ຍອມຮັບວ່າ ຍ້ອນລູກຊາຍທັງສອງຄົນ ຜູ້ໜື່ງອາຍຸ 6 ປີ ແລະ ອີກຜູ້ໜຶ່ງ 7 ປີ, ຕອນກາງຄືນພວກເຂົາມັກຈະອອກໄປຂ້າງນອກເພື່ອ ລັກເອົາເຄື່ອງກິນ ຈຶ່ງໄດ້ລົງໂທດດ້ວຍວິທີການຂັງເຂົາໄວ້ໃນຕູ້ເສື້ອຜ້າເປັນເວລາໜຶ່ງເດືອນ ແລະ ບາງຄັ້ງຄາວກໍບໍ່ໄດ້ກິນເຂົ້າ.
Ann Martinez ( ອາຍຸ 50 ປີ, ແມ່ຕູ້ຂອງເດັກເສຍຊີວິດ) ຮູ້ສະຖານະການຂອງເດັກທັງສອງຄົນເປັນຢ່າງດີ ແຕ່ເມີນເສຍ ບໍ່ໃຫ້ການຊ່ວຍເຫຼືອແຕ່ຢ່າງໃດເລີຍ.
ປັດຈຸບັນ ເດັກທັງ 3 ຄົນທີ່ຍັງເຫຼືອຢູ່ໃນຄອບຄົວ ໄດ້ຮັບການປົກປ້ອງຈາກອົງການປົກປ້ອງເດັກໃນລັດ Arizona ເອົາໄປລ້ຽງດູ. ພວກນ້ອງທັງ 3 ມີອາຍຸຕໍ່າກ່ວາ 10 ປີ.
ໂດຍອີງຕາມອົງການປົກປ້ອງເດັກໃຫ້ຮູ້ວ່າ ຄອບຄົວຂອງ Anthony ແລະ Elizabeth ເຄີຍທາລູນລູກມາກ່ອນແລ້ວໃນປີ 2013 ແຕ່ໂດຍຜ່ານການສືບສວນສອບສວນ ເຫັນວ່າບໍ່ມີຄວາມຈິງ.