ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”

- 77 2 - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”
- kitchen vibe - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”

    “ຟລາຍ​ບີ” ສາຍ​ການບິນ​ອັງກິດ ປະກາດ​ປິດ​ກິດຈະການຈາກ​ການລົ້ມລະລາຍ ຜະ​ເຊີນ​ສະພາບ​ຂາດທຶນ​ໜັກ ​ແລະ ຍອດ​ການ​ເດີນທາງ​ຫລຸດ​ລົງ​ຫລາຍ ທ່າມກາງ​ວິ​ກິດ​ໂຄ​ວິດ-19.

     ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: “ຟລາຍ​ບີ” ສາຍ​ການບິນ​ສັນຊາດ​ອັງກິດ ປະກາດ​ປິດ​ກິດຈະການ​ຈາກ​ການລົ້ມລະລາຍ ​ເຊິ່ງກາຍ​ເປັນ​ສາຍ​ການບິນ​ທຳ​ອິດ​ຂອງ​ອັງກິດ​ທີ່​ຕ້ອງ​ປິດ​ກິດຈະການ​ຈາກ​ສະຖານະ​ການ​ການ​ແຜ່​ລະບາດ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ (​ໂຄ​ວິດ-19) ​ທີ່​ເຮັດ​ໃຫ້​ຄວາມ​ຕ້ອງການ​ດ້ານ​ການ​ເດີນທາງ​ທາງ​ອາກາດ​ຫລຸດ​ລົງ​ຢ່າງ​ໜັກ.

- Visit Laos Visit SALANA BOUTIQUE HOTEL - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”
- Visit Laos Visit SALANA BOUTIQUE HOTEL - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”

     ສາຍ​ການບິນ​ຟລາຍ​ບີ​ຍື່ນ​ຂໍ​ລົ້ມລະລາຍ ​ແລະ ປິດ​ກິດຈະການ ຫລັງ​ຈາກ​ລັດຖະບານ​ອັງກິດ​ປະຕິ​ເສດ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ສາຍ​ການບິນ​ຟລາຍ​ບີ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ບວກ​ກັບ​ຍອດ​ການ​ເດີນທາງ​ໂດຍ​ເຮືອບິນ​ຫລຸດ​ລົງ​ຢ່າງ​ໜັກ​ທ່າມກາງ​ວິ​ກິດ​ໂຄ​ວິດ-19.

     ນອກຈາກ​ນີ້ ຍັງ​ກະທົບ​ຕໍ່​ພະນັກງານ​ປະມານ 2.400 ຕຳ​ແໜ່​ງ​ແລ້ວ ຍັງ​ກະທົບ​ຕໍ່​ຖ້ຽວ​ບິນ​ເຊື່ອມ​ຕໍ່​ອັງກິດ​ກັບ​ຫລາຍ​ປະ​ເທດ​ໃນ​ເອີຣົບທີ່​ຟລາຍ​ບີ​ໃຫ້​ບໍລິການ​ຢູ່ ລວມທັງ​ກະທົບ​ຕໍ່​ນະ​ໂຍບາຍ​ຂອງ​ນາຍົກລັດຖະມົນຕີ ບໍຣິສ ຈອນ​ສັນ ຂອງ​ອັງກິດ ທີ່​ຕັ້ງ​ເປົ້າລົງທຶນ​ໃນ​ການ​ເຊື່ອມ​ໂຍງ​ລະບົບ​ຂົນ​ສົ່ງ​ໃນ​ພາກພື້ນ.

- 5 - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”
- 3 - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”
- 4 - ສາຍການບິນ “ຟລາຍບີ” ລົ້ມລະລາຍຍ້ອນ “ໂຄວິດ-19”