ຈີນເລີ່ມເປີດໃຊ້ຕູ້ຈຳໜ່າຍຜ້າອັດປາກອັດຕະໂນມັດ
ຊາວຈີນໄດ້ລອງໃຊ້ບໍລິການຕູ້ຈຳໜ່າຍຜ້າອັດປາກແບບອັດຕະໂນມັດ ຈຳກັດຊື້ຄົນລະ 2 ອັນຕໍ່ວັນ.

ທ່າມກາງການແຜ່ລະບາດຂອງໂຄວິດ-19 ແລະ ສະພາບຂາດເຂີນຜ້າອັດປາກທີ່ເກີດຂຶ້ນທົ່ວໂລກ ຈີນໄດ້ເປີດຕົວຕູ້ຈຳໜ່າຍຜ້າອັດປາກແບບອັດຕະໂນມັດ ເພື່ອໃຫ້ປະຊາຊົນຊື້ໄດ້ຢ່າງສະດວກຄົນລະ 2 ອັນຕໍ່ວັນ ໂດຍມີລະບົບສະແກນບັດປະຈຳຕົວ ເພື່ອປ້ອງກັນການກັກຕຸນສິນຄ້າ.
ຕູ້ຈຳໜ່າຍຜ້າອັດປາກຕູ້ທຳອິດຕິດຕັ້ງໃນເຂດຊຸມຊົນເມືອງຊູໂຈ ມົນທົນຈຽງສູ ທາງຕາເວັນອອກຂອງຈີນ ເຊິ່ງພາຍໃນຕູ້ມີຜ້າອັດປາກວັນລະ 800 ອັນ.

ປະຊາຊົນພາກັນລຽນແຖວເວັ້ນໄລຍະຫ່າງຄົນລະປະມານ 1 ແມັດ ລໍຖ້າຊື້ຜ້າອັດປາກຈາກຕູ້ຈຳໜ່າຍອັດຕະໂນມັດ ໂດຍຕ້ອງເອົາບັດປະຈຳຕົວມາສະແກນເພື່ອຊື້ຜ້າອັດປາກໄດ້ບໍ່ເກີນຄົນລະ 2 ອັນຕໍ່ວັນ ໃນລາຄາອັນໜຶ່ງ 12 ຢວນ. ຈາກນັ້ນຈະມີການຈ່າຍເງິນຜ່ານແອັບພລິເຄຊັນໃນໂທລະສັບມືຖື ບໍ່ວ່າຈະເປັນວີແຊັດ ຫລື ອາລີເພລ. ສຳລັບບັດປະຈຳຕົວທີ່ສະແກນຊື້ຜ້າອັດປາກແລ້ວຈະບໍ່ສາມາດຊື້ໄດ້ອີກໃນຮອບ 24 ຊົ່ວໂມງ.

ຕູ້ຈຳໜ່າຍຜ້າອັດປາກອັດຕະໂນມັດນີ້ ອອກແບບໂດຍບໍລິສັດເຖົາເປົ່າ ໂດຍຜູ້ບໍລິຫານຂອງເຖົາເປົ່າລະບຸວ່າ: ຈະເລີ່ມກະຈາຍຕູ້ນີ້ໄປຕາມແຫລ່ງຊຸມຊົນຕ່າງໆທົ່ວປະເທດ ເພື່ອເປັນການອຳນວຍຄວາມສະດວກໃຫ້ປະຊາຊົນ. ນອກຈາກນີ້ ທາງບໍລິສັດຈະມີການປັບປຸງຕູ້ຈຳໜ່າຍຜ້າອັດປາກອັດຕະໂນມັດລຸ້ນໃໝ່ໆອອກມາໃຫ້ສາມາດກວດວັດແທກອຸນຫະພູມຮ່າງກາຍຜູ້ຊື້ໄດ້ນຳອີກ.
