ຫ່ວງຍາມແລ້ງ ເຝົ້າລະວັງພາຍຸລະດູຮ້ອນ
ໂດຍ: ທິດກໍ່າ
ໃນຕອນແລງຄໍ່າມືດວັນທີ 2 ມີນາຜ່ານມານີ້, ພາຍຸເຂດຮ້ອນໄດ້ອາລະວາດບ້ານເຮືອນ ແລະ ສິ່ງສາທາລະນະຫລາຍບ່ອນຢູ່ເຂດນະຄອນຫລວງວຽງຈັນ ເປັນຕົ້ນແຖວເມືອງສີສັດຕະນາກ ແລະ ເມືອງສັງທອງ. ຄວາມຮຸນແຮງຂອງພາຍຸມີທັງລົມ, ທັງຝົນ, ທັງມີໝາກເຫັບຕົກເຈືອລະເນືອປ້ານແຜ່ນດິນເປັນບໍລິເວນກວ້າງ. ຕໍ່ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຫລາຍສິບບ້ານ ເປັນຕົ້ນຫລັງຄາເຮືອນ, ຕຶກຫ້າງຮ້ານເພພັງ, ຕົ້ນໄມ້, ງ່າໄມ້ລົ້ມຫັກທັບຖະໜົນຫົນທາງ, ລົດລາງພາຫະນະ, ເຮືອນຊ້ານບ້ານຊ່ອງຈຳນວນຫລວງຫລາຍ. ມາຮອດປັດຈຸບັນ ທາງໜ່ວຍງານກ່ຽວຂ້ອງກໍຍັງບໍ່ທັນອອກມາຊີ້ແຈງເຖິງຜົນເສຍຫາຍຄັ້ງນີ້ເປັນມູນຄ່າໜ້ອຍຫລາຍສໍ່າໃດ. ຕໍ່ມາອີກ ຄືໃນວັນທີ 4 ມີນາຜ່ານມານີ້ເອງ ກໍເກີດພາຍຸເປັນລັກສະນະດຽວກັນຢູ່ເມືອງຫລວງພະບາງ ເມືອງມໍລະດົກໂລກ ທັງເປັນເມືອງທ່ອງທ່ຽວຍອດນິຍົມອັນດັບໜຶ່ງຂອງໂລກ.
ກໍດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ສະພາບດິນຟ້າອາກາດສະໄໝນີ້ ມັນບໍ່ຄືສະໄໝດຶກດຳບັນ ຫລືວ່າ ສະໄໝປູ່ຍ່າຕານາຍເຮົາ. ສະໄໝກ່ອນສະພາບດິນຟ້າອາກາດປາກົດວ່າມັນເປັນໄປຕາມລະດູການຢ່າງຊັດເຈນ ເປັນຕົ້ນພໍເຖິງຍາມຝົນກໍມີຝົນຕົກຖືກຕ້ອງຕາມລະດູການ, ເຖິງຍາມແລ້ງ, ຍາມໜາວກໍເປັນໄປຕາມກົດເກນຂອງດິນຟ້າອາກາດ ບໍ່ເຮັ່ງຮ້າຍຄືດັ່ງທຸກວັນນີ້. ເມື່ອຕັ້ງໂຈດກັນວ່າ: ເປັນຫຍັງ ຈຶ່ງເປັນຄືແນວນີ້ ? ເຫດຜົນກໍຍ້ອນວ່າໜ່ວຍໂລກພິພົບທີ່ເຮົາອາໄສຢູ່ທຸກວັນນີ້ມັນມີການປ່ຽນແປງໄປຕາມຍຸກຕາມສະໄໝ ແລະ ຕາມການເວລາໃນຕົວຂອງມັນເອງ. ສ່ວນວ່າອີກເງື່ອນໄຂໜຶ່ງກໍຍ້ອນການສ້າງສາພັດທະນາຂອງແຕ່ລະປະເທດໃນໂລກໄດ້ສ້າງຜົນກະທົບຕໍ່ທຳມະຊາດ ແລະ ສິ່ງແວດລ້ອມໄປຕິກໆ. ຈຳນວນພົນລະເມືອງກໍເພີ່ມຂຶ້ນ, ຄວາມຕ້ອງການທາງດ້ານປັດໄຈຕ່າງໆຂອງມວນມະນຸດເຮົາກໍເພີ່ມຂຶ້ນ, ເສດຖະກິດ-ສັງຄົມຂອງແຕ່ລະປະເທດກໍນັບມື້ມີການຂະຫຍາຍຕົວ, ເຕັກໂນໂລຊີນັບມື້ມີການພັດທະນາໃຫ້ທັນສະໄໝ ທັງເກີດປັດໄຈໃໝ່ໃນຄວາມຕ້ອງການຂອງມວນມະນຸດຢ່າງບໍ່ຢຸດຢັ້ງ. ສິ່ງທີ່ກ່າວມານີ້ມັນເປັນຕົວຊີ້ວັດທີ່ພາໃຫ້ຄົນເຮົາມີການແກ້ງແຍ່ງແຂ່ງຂັນກັນ ເພື່ອຄວາມຍິ່ງໃຫຍ່ ແລະ ຄວາມຢູ່ລອດ, ກ້າວໄປເຖິງການທຳລາຍທຳມະຊາດ ແລະ ສິ່ງແວດລ້ອມອ້ອມຂ້າງຈົນມີຜົນກະທົບຫລາຍຢ່າງຕາມມາເຊັ່ນ: ທຳລາຍພູຜາປ່າໄມ້ດ ດິນດອນຕອນຫຍ້າ, ແມ່ນ້ຳລຳເຊ ນັບມື້ກຸດຫ້ຽນໄປແຕ່ລະໄລຍະ. ຈາກປັດໄຈທີ່ວ່ານີ້ ມັນກໍສົ່ງຜົນກະທົບໄປຮອດສະພາບດິນຟ້າອາກາດ, ເກີດຮ້ອນຫລາຍ, ໜາວຫລາຍ, ເກີດແລ້ງ, ເກີດຖ້ວມ, ເກີດພາຍຸແຜ່ນດິນໄຫວ, ເກີດໂຣກລະບາດ ແລະ ໂລຄາພະຍາດຕ່າງໆຕາມມາຄືດັ່ງເຮົາເຫັນທຸກວັນນີ້.
ເພື່ອຫລີກເວັ້ນໄພພິບັດຕ່າງໆທີ່ຈະມາທຳລາຍເຜົາຜານມະນຸດເຮົາໃນປັດຈຸບັນ ກໍຄືອະນາຄົດ ມີແຕ່ທິດທາງດຽວຄືຕ້ອງຮັກສາຄວາມສົມດູນຂອງທຳມະຊາດ ແລະ ດິນຟ້າອາກາດໃຫ້ຍືນຍົງ ເປັນຕົ້ນຮັກສາພູຜາປ່າໄມ້, ດິນດອນຕອນຫຍ້າ ແລະ ແມ່ນ້ຳລຳເຊໃຫ້ຢູ່ຄຽງຄູ່ກັບການດຳລົງຊີວິດຂອງຄົນເຮົາໃຫ້ມີຄວາມສົດໃສ, ຊຸ່ມຊື່ນ, ສີຂຽວ ແລະ ເປັນມິດກັບທຳມະຊາດຢ່າງແທ້ຈິງ. ສຳລັບປະເທດລາວເຮົາແລ້ວ ອີງໃສ່ເງື່ອນໄຂຂອງປະເທດໃນປັດຈຸບັນຍັງຕິດຢູ່ໃນແຖວໜ້າຂອງໂລກທີ່ມີພື້ນທີ່ສີຂຽວ ເຊິ່ງກວມລວມເຖິງ 80% ຂອງພື້ນທີ່ໃນທົ່ວປະເທດ. ເບິ່ງໂດຍລວມແລ້ວສະພາວະດິນຟ້າອາກາດ, ທຳມະຊາດ ແລະ ສິ່ງແວດລ້ອມຍັງອຸດົມສົມບູນ ຈຶ່ງເປັນເງື່ອນໄຂໜຶ່ງທີ່ເຮັດໃຫ້ປະເທດເຮົາຫລຸດຜ່ອນໄພພິບັດຈາກທຳມະຊາດທີ່ຈະມາທຳລາຍເຜົາຜານຊີວິດອິນຊີຂອງຄົນ ແລະ ຊັບສິນຄືດັ່ງບາງປະເທດໃນໂລກ.
ເຖິງຢ່າງໃດກໍດີ, ໃນຊ່ວງສາມສີ່ປີມານີ້ ເຫັນວ່າໄພພິບັດຢູ່ບ້ານເຮົາໄດ້ເກີດຂຶ້ນນັບມື້ຖີ່ເຂົ້າເຊັ່ນ: ທ້າຍປີ 2017 ມີຝົນຕົກໜັກຈົນເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງ, ປີ 2018 ມີພາຍຸຝົນຕົກໜັກນ້ຳຖ້ວມຢູ່ສອງແຂວງພາກກາງ ແລະ ສີ່ແຂວງພາກໃຕ້, ປີ 2019 ມີແຜ່ນດິນໄຫວຂະໜາດ 6,4 ຣິກເຕີ ຢູ່ເມືອງຫົງສາ ແຂວງໄຊຍະບູລີ, ຕົ້ນປີ 2020 ມີແຜ່ນດິນໄຫວຢູ່ແຂວງຫລວງນ້ຳທາ ດ້ວຍຄວາມແຮງສັ່ນສະເທືອນ 4 ຣິກເຕີກວ່າ. ນີ້ກໍເຫັນວ່າໄພພິບັດນັບມື້ຫຍັບເຂົ້າມາໃກ້ຕົວເຮົາແຕ່ລະປີ ເຊິ່ງເປັນການບອກເຕືອນຄົນເຮົາທຸກຊົນຊາດຊົນເຜົ່າ, ທຸກເຂດແຂວງຕ້ອງມີສະຕິເຝົ້າລະວັງຕໍ່ໄພທຳມະຊາດທີ່ຈະເປັນເພັດຊະຄາດມາຮຸກຮານພວກເຮົາໂດຍບໍ່ນຶກຝັນ.
ກ່ອນອື່ນພວກເຮົາຕ້ອງເຂົ້າໃຈວ່າ: ບັນຫາໄພພິບັດ ແລະ ໂຣຄາພະຍາດ, ໂຣກລະບາດຕ່າງໆທີ່ມັນເກີດຂຶ້ນທຸກວັນນີ້ ມັນລ້ວນແລ້ວແຕ່ມາຈາກຄົນເຮົາໄດ້ທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ. ຍັງພໍໄຄແດ່ແຕ່ພະຍາດສາຍພັນໃໝ່ ໂຄວິດ-19 ບໍ່ທັນມີປາກົດການເກີດຂຶ້ນຢູ່ບ້ານເຮົາ. ອັນສາເຫດສ່ວນໜຶ່ງກໍຍ້ອນວ່າປະເທດເຮົາຍັງມີຄວາມສົດຊື່ນ, ສີຂຽວ, ອາກາດສ່ວນຫລາຍຂ້ອນຂ້າງຮ້ອນ, ຄົນລາວເຮົາສ່ວນຫລາຍຍັງຢູ່ຕິດພັນກັບທຳມະຊາດ, ພົນລະເມືອງບໍ່ຫລາຍ, ຄວາມແອອັດຍັດແຍ່ບໍ່ທັນສູງ, ປະເພນີວັດທະນະທຳຄົນລາວເຮົາຢູ່ແບບສະບາຍຫາຍຫ່ວງ. ແຕ່ຖ້າຫາກເມື່ອໃດເກີດໂຣກລະບາດຕາຍເປັນພັນເປັນໝື່ນຄືບ້ານເພິ່ນເມືອງທ່ານ ກໍເປັນອັນວ່າພົນລະເມືອງລາວຈະຫລຸດໜ້ອຍຖອຍລົງ, ແຕ່ເປັນຈັ່ງບຸນ ຖ້າຄົນລາວເຮົາຫາກຜ່ານພົ້ນວິກິດ ໂຄວິດ-19 ກໍຖືວ່າຍັງມີສິ່ງສັກສິດຊ່ວຍປົກປ້ອງຄຸ້ມຄອງ ສາທຸ ອາມິດຕະພຸດ !.