ອໍກຸສ ແລະ ຫລຸຍສ໌ ພີ່ນ້ອງຕະກູນລູມິແອຣ໌ ຄົນຝຣັ່ງ ໄດ້ທົດລອງເອົາຮູບ ເຄື່ອນໄຫວທີ່ບັນທຶກໄວ້ທົດລອງສາຍຄັ້ງທຳອິດຢ່າງບໍ່ເປັນທາງການ
March 10, 2020 - 10:39 AM
10 ມີນາ 1895 ອໍກຸສ ແລະ ຫລຸຍສ໌ ພີ່ນ້ອງຕະກູນລູມິແອຣ໌ ຄົນຝຣັ່ງ ທີ່ຄິດຄົ້ນກ້ອງຖ່າຍຮູບ ແລະ ສະແດງຮູບເງົາ ໃນເຄື່ອງດຽວກັນ ທີ່ເອີ້ນວ່າ Cinematographe (ດັດແປງຂຶ້ນຫລັງຈາກໄດ້ເຫັນເຄື່ອງຖ່າຍ Kinetograph ແລະ ເຄື່ອງສະແດງຮູບພາບ Kinetoscope ຂອງວິລລ້ຽມ ດິດສັນ ແລະ ໂທມັສ ເອດີສັນ ) ໄດ້ທົດລອງນຳພາບເຄື່ອນໄຫວທີ່ບັນທຶກໄວ້ ທົດລອງສາຍຄັ້ງທຳອິດຢ່າງບໍ່ເປັນທາງການໃນວັນນີ້ ແລະ ເຮັດໃຫ້ຄວາມໝາຍຂອງຄຳວ່າຮູບເງົາທີ່ສົມບູນຄື ຮູບເງົາຕ້ອງເປັນການນຳເອົາພາບເຄື່ອນໄຫວສາຍຂຶ້ນເທິງຈໍພາບສີຂາວເພື່ອໃຫ້ຄົນຈຳນວນຫລາຍໄດ້ເບິ່ງພ້ອມກັນ.