ຟີລິບປິນປະກາດພາວະສຸກເສີນພະຍາດ ໂຄວິດ-19
ລູກເມືອງພວນ
ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ວັນທີ 9 ມີນານີ້ ຟີລິບປີນ ໄດ້ປະກາດສະພາວະສຸກເສີນດ້ານສາທາລະນະສຸກ ຫຼັງຈາກທີ່ພົບຜູ້ປ່ວຍ ໂຄວິດ-19 ໃນປະເທດເພີ່ມສູງຂຶ້ນ ໂດຍການປະກາດພາວະສຸກເສີນນັ້ນຈະຊ່ວຍເປີດທາງໃຫ້ລັດຖະບານຈະສາມາດຄວບຄຸມລາຄາສິນຄ້າພື້ນຖານ ລວມທັງອຸປະກອນການແພດໄດ້ ແລະ ຈະຊ່ວຍໃຫ້ການບໍລິຫານຈັດການເງິນກອງທຶນນັ້້ນເປັນເລື່ອງທີ່ງ່າຍຂຶ້ນ ຊຶ່ງຈະສົ່ງຜົນໃຫ້ປະສິດທິພາບໃນການຄວບຄຸມການແຜ່ລະບາດນັ້ນເພີ່ມຫຼາຍກຂຶ້ນວ່າເດີມ. ໂດຍຟີລິບປິນເວລານີ້ມີຜູ້ປ່ວຍ ພະຍາດໂຄວິດ-19 ເພີ່ມຂຶ້ນເປັນ 20 ຄົນ ແລ້ວໃນວັນນີ້, ຫຼັງຈາກພົບຜູ້ຕິດເຊື້ອໃໝ່ຕື່ມອີກ 10 ຄົນ.
ໃນຂະນະດຽວກັນ ໃນເມືອງອູຮັ່ນໄດ້ສັ່ງປິດໂຮງໝໍທີ່ສ້າງຂຶ້ນຊົ່ວຄາວ 11 ແຫ່ງ ຈາກທັງໝົດ 14 ແຫ່ງ. ຫຼັງຈາກຈຳນວນຜູ້ປ່ວຍ ແລະ ຜູ້ຕິດເຊື້ອຫຼຸດລົງຕໍ່ເນື່ອງ. ໂຮງໝໍທັງ 14 ແຫ່ງນີ້ ຖືກສ້າງຂຶ້ນຊົ່ວຄາວ ເພື່ອຮັບມືກັບການແຜ່ລະບາດຂອງໄວຣັສໂຄວິດ-19 ຊຶ່ງມີເມືອງຕົ້ນຕໍຢູ່ເມືອງອູຮັ່ນ. ສ່ວນໂຮງໝໍຊົ່ວຄາວອີກ 3 ແຫ່ງທີ່ຍັງບໍ່ທັນໄດ້ຖືກປິດນັ້ນ ມີຜູ້ປ່ວຍ ແລະ ເຈົ້າໜ້າທີ່ຢູ່ປະມານ 100 ຄົນເທົ່ານັ້ນ. ໃນວັນນີ້ຍອດຜູ້ຕິດເຊື້ອໂຄວິດ-19 ສະສົມໃນຈີນແຜ່ນດິນໃຫ່ຍຢູ່ທີ່ 80.739 ຄົນ, ເປັນຜູ້ຕິດເຊື້ອໃໝ່ພຽງ 44 ຄົນ ຊຶ່ງຖືວ່າຫຼຸດລົງຢ່າງຕໍ່ເນື່ອງ, ສ່ວນຍອດຜູ້ເສຍຊີວິດເພີ່ມຂຶ້ນລວມເປັນ 3.120 ຄົນ.
ສ່ວນຜູ້ຕິດເຊື້ອສະສົມໃນທົ່ວໂລກໃນຕອນນີ້ 110. 624 ຄົນ, ໂດຍເກົາຫຼີໄຕ້ເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍເປັນອັນດັບສອງຫຼັງຈີນແຜ່ນດິນໃຫ່ຍ ທີ່ 7. 478 ຄົນ, ເສຍຊີວິດ 53 ຄົນ. ສ່ວນທີ່ ອີຕາລີຕິດເຊື້ອ 7.375 ຄົນ, ເສຍຊີວີດ 366 ຄົນ, ອີຣານຍອດຕິດເຊື້ອ 6.566 ຄົນ ເສຍຊີວິດ 194 ຄົນ. ຝຣັ່ງເສດພົບຜູ້ຕິດເຊື້ອ 1.209 ຄົນ ເສຍຊີວິດ 19 ຄົນ ແລະ ທີ່ເຢຍລະມັນຍອດຜູ້ຕິດເຊື້ອ1.151 ຄົນ ເສຍຊີວິດ, ໂດຍເປັນຜູ້ຕິດເຊື້ອໃໝ່ 111 ຄົນ ແຕ່ບໍ່ທັນມີລາຍງານຜູ້ເສຍຊີວິດ. ຄະນະທີ່ສະເປນພົບຜູ້ຕິດເຊື້ອ ໃໝ່ພາຍໃນວັນດຽວ 237 ຄົນ ເຮັດໃຫ້ຜູ້ຕິດເຊື້ເພຸ່ງຂຶ້ນມາເປັນ 911 ຄົນ ແລະ ເສຍຊີວິດແລ້ວ 17 ຄົນ.