Thai Airways ຊີ້ແຈງເຫດປີກເຮືອບິນເກາະກັນຢູ່ສະຫນາມບິນວັດໄຕ




ໃນວັນທີ 10 ມີນານີ້, ທ່ານ ເຮືອອາກາດເອກ ປາດຖະໜາ ພັນທະນະສິລິ ອຳນວຍການໃຫຍ່ຝ່າຍມາດຕະຖານຄວາມປອດໄພ ແລະ ການບິນ Thai Airways International ໄດ້ອອກມາຊີ້ແຈງວ່າ: ຖ້ຽວບິນ TG 575 ວຽງຈັນ-ບາງກອກ ທີ່ຈະອອກຈາກສະໜາມບິນສາກົນວັດໄຕ ໃນເວລາ 20:30 ໂມງຂອງວັນທີ 9 ມີນາຜ່ານມາ ແລະ ຄາດວ່າຈະຮອດສະໜາມບິນສຸວັນນະພູມ, ບາງກອກ ໃນເວລາ 21:35 ໂມງ,ແຕ່ຂະນະທີ່ນັກບິນພວມຈະ Taxiway ນຳເຮືອບິນຂຶ້ນບິນນັ້ນ ປາຍປີກໄດ້ຕຳເອົາສ່ວນຫາງຂອງເຮືອບິນທີ່ຈອດຢູ່ເດີ່ນບິນວັດໄຕໄດ້ຮັບຄວາມເສຍຫາຍ, ຝ່າຍບໍລິການພາກພື້ນດິນຂອງສະໜາມບິນສາກົນວັດໄຕໄດ້ຊ່ວຍເຫລືອ ແລະ ນຳເອົາຜູ້ໂດຍສານ ແລະ ນັກບິນທັງໝົດໄປໂຮງແຮມທີ່ຈັດກຽມໄວ້ເຊິ່ງເປັນມາດຕະຖານໃນການເບິ່ງແຍງຜູ້ໂດຍສານ ແລະ ທາງບໍລິສັດຈະຈັດໃຫ້ຜູ້ໂດຍສານກັບຄືນບາງກອກໃນວັນທີ 10 ມີນານີ້ ສ່ວນສາເຫດບໍລິສັດຈະສືບຕໍ່ສືບສວນ-ສອບສວນຕາມລະບຽບການຕໍ່ໄປ.


ນອກຈາກນີ້, ຖ້ຽວບິນ TG 575 ເສັ້ນທາງບິນ ວຽງຈັນ-ບາງກອກ ແມ່ນນຳໃຊ້ເຮືອນບິນ Airbus A330-300 ເຊິ່ງບັນທຸກຜູ້ໂດຍສານໄດ້ 79 ຄົນ ແລະ ຈຸບິນ 13 ຄົນ.