ທ່ານ ກິມ ຈອງ ອິນ ເບິ່ງການຊ້ອມຍິງລູກສອນໄຟ ຄັ້ງຫລ້າສຸດຂອງ ສປປ ເກົາຫລີ
March 10, 2020 - 3:48 PM
ສຳນັກຂ່າວກາງ ສປປ ເກົາຫລີ (KCNA) ລາຍງານໃນວັນທີ 10 ມີນາວ່າ: ທ່ານ ກິມ ຈອງ ອິນ ຜູ້ນຳ ສປປ ເກົາຫລີ ໄດ້ເດີນທາງໄປເບິ່ງການຊ້ອມຍິງລູກສອນໄຟຂອງ ສປປ ເກົາຫລີ ໃນວັນທີ 9 ມີນານີ້ ລວມທັງການຍິງລູກສອນໄຟໄລຍະໃກ້ເປັນຄັ້ງທີ 2 ໃນຮອບ 1 ອາທິດ.
ກອງທັບ ສ.ເກົາຫລີ ເປີດເຜີຍວ່າ: ສປປ ເກົາຫລີ ໄດ້ທຳການຍິງຈະຫລວດຫລາຍລູກລົງສູ່ທະເລໃນວັນທີ 9 ມີນານີ້ ອັນເປັນສ່ວນໜຶ່ງຂອງການຊ້ອມຮົບ ເຊິ່ງກະຕຸ້ນໃຫ້ອາເມລິກາ ແລະ ຈີນອອກມາຮຽກຮ້ອງໃຫ້ ສປປ ເກົາຫລີ ກັບສູ່ການເຈລະຈາເພື່ອຢຸດໂຄງການນິວເຄຼຍ ແລະ ລູກສອນໄຟ.
KCNA ລາຍງານວ່າ: ທ່ານ ກິມ ຈອງ ອິນ ໄດ້ເບິ່ງການທົດລອງຍິງລູກສອນໄຟຮ່ວມກັບຜູ້ບັນຊາການກອງກຳລັງປະຊາຊົນເກົາຫລີ ແລະ ສະແດງຄວາມພໍໃຈຕໍ່ຜົນການທົດລອງຍິງລູກສອນໄຟດັ່ງກ່າວ.