ຍີ່ປຸ່ນ ຄຸມເຂັ້ມ ! ເພີ່ມໂທດອາຍາ ຄົນເກງກຳໄລຂາຍຜ້າອັດປາກ
ຍີ່ປຸ່ນເລັ່ງໃຊ້ກົດໝາຍອາຍາລົງໂທດຄົນກັກຕຸນ-ເກງກຳໄລຜ້າອັດປາກ ຕິດຄຸກ 1 ປີ ປັບໄໝ 1 ລ້ານເຢນ.
ກຽວໂດລາຍງານວ່າ: ລັດຖະບານ ຊິນໂຊະ ອາເບະ ກຽມໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດຕໍ່ຜູ້ທີ່ເກັງກຳໄລສວຍໂອກາດຂຶ້ນລາຄາຜ້າອັດປາກ ໂດຍຈະມີບົດລົງໂທດຈຳຄຸກເຖິງ 1 ປີ ປັບໄໝ 1 ລ້ານເຢນ.
ຂໍ້ກຳນົດໃໝ່ນີ້ມີຈຸດປະສົງເພື່ອປ້ອງກັນບໍ່ໃຫ້ຜູ້ຂາຍກັກຕຸນສິນຄ້າ ຫລື ສະແຫວງຫາຜົນກຳໄລຈາກການທີ່ຍີ່ປຸ່ນຜະເຊີນການຂາດເຂີນຜ້າອັດປາກທົ່ວປະເທດ ໂດຍຈະມີຜົນບັງຄັບໃຊ້ແຕ່ວັນທີ 15 ມີນາເປັນຕົ້ນໄປ.
ກະຊວງການຄ້າຍີ່ປຸ່ນ ກ່າວວ່າ: ມາດຕະການນີ້ມີຂຶ້ນເພື່ອປ້ອງກັນຄົນກັກຕຸນສິນຄ້າ ຫລື ສວຍໂອກາດເກງກຳໄລຂາຍຜ້າອັດປາກໃນລາຄາສູງເກີນຈິງ ແຕ່ບໍ່ໄດ້ຫ້າມປະຊາຊົນສຳລັບການຊື້ໄປຝາກຄົນໃນຄອບຄົວ.
ກ່ອນໜ້ານີ້ ລັດຖະບານຍີ່ປຸ່ນໄດ້ຂໍໃຫ້ຜູ້ຄ້າຂາຍອອນລາຍ ຢຸດການຂາຍຜ້າອັດປາກຜ່ານຊ່ອງທາງ e-commerce ນັບແຕ່ວັນທີ 14 ມີນາ ເພື່ອໃຫ້ປະຊາຊົນສາມາດຊື້ໄດ້ຜ່ານທາງຮ້ານຄ້າທົ່ວໄປເທົ່ານັ້ນ. ພ້ອມກັນນີ້ ນາຍົກ ອາເບະ ໄດ້ໃຫ້ຄຳໝັ້ນວ່າຈະເລັ່ງຜະລິດຜ້າອັດປາກໃຫ້ໄດ້ເຖິງ 600 ລ້ານອັນຕໍ່ເດືອນ ໂດຍຈະເນັ້ນໃສ່ສະຖານພະຍາບານ ແລະ ເຈົ້າໜ້າທີ່ການແພດເປັນຫລັກ.
ມາດຕະການດັ່ງກ່າວມີຂຶ້ນ ຈາກອາທິດຜ່ານມາ ຮ້ານຂາຍເຄື່ອງ ແລະ ຂາຍຢາຫລາຍແຫ່ງທົ່ວປະເທດ ຕ່າງຂາດເຂີນຜ້າອັດປາກ ແຕ່ພັດພົບວ່າຜ້າອັດປາກໄປຢູ່ຕາມຮ້ານຄ້າອອນລາຍຫລາຍແຫ່ງ ໂດຍຜູ້ຄ້າຂາຍບາງຄົນຢູ່ແຂວງຊິຊຸໂອກະ ເປີດເຜີຍວ່າ: ສາມາດສ້າງລາຍໄດ້ເຖິງ 8,9 ລ້ານເຢນ ຈາກການຂາຍຜ້າອັດປາກ 2.000 ອັນຜ່ານຊ່ອງທາງ e-commerce.