ນັກສຶກສາລາວຍັງຄ້າງຢູ່ອູຮັ່ນປອດໄພດີ
ໃນວັນທີ 10 ມີນານີ້, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນລາວວ່າ: ນັກຮຽນແລະ ນັກສຶກສາລາວຈຳນວນ 43 ຄົນ ທີ່ ຍັງຢູ່ເມືອງ ອູຮັ່ນ ແຂວງຫູເປີ່ຍ,ສປຈີນນັ້ນມີຄວາມປອດໄພ ແລະ ສຸຂະພາບແຂງແຮງດີ.

ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ໃນຂະນະນີ້ນ້ອງນັກຮຽນ-ນັກສຶກສາລາວຈຳນວນ 43 ຄົນ ທີ່ກຳລັງສຶກສາຢູ່ເມືອງ ອູຮັ່ນນັ້ນມີສະພາບປົກກະຕິດີ ທຸກຄົນບໍ່ມີໃຜຕິດເຊື້ອພະຍາດອັກເສບປອດດັ່ງກ່າວ ແລະໃນໂອກາດນີ້, ທ່ານລັດຖະມົນຕີ ໃນນາມຕາງໜ້າລັດຖະບານ, ຂໍສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນມາຍັງນ້ອງນັກຮຽນ-ນັກສຶກສາທຸກໆຄົນທີ່ກຳລັງສຶກສາຮໍ່າຮຽນຢູ່ສປ ຈີນ, ຂໍໃຫ້ມີຈິດໃຈເຂັ້ມແຂງ ອົດທົນຜ່ານຜ່າອຸປະສັກດັ່ງຢູ່ໃນສະໜາມຮົບອັນຄັບຂັນຫນຶ່ງ, ດັ່ງນັ້ນທຸກຄົນຈົ່ງຢູ່ຄຽງບ່າຄຽງໄລ່ກັບສະຫາຍຈີນຮັບມືກັບການລະບາດຂອງເຊື້ອພະຍາດຮ້າຍດັ່ງກ່າວ ແລະ ຂໍໃຫ້ພວກນ້ອງ-ພວກຫລານ ຈົ່ງສືບຕໍ່ຕິດຕາມຂໍ້ມູນຂ່າວສານ ຂອງທາງການ ແລະ ການຊີ້ນໍາຈາກສະຖານ ເອກອັກຄະລັດຖະທູດລາວ ທີ່ ປັກກິ່ງ ແລະ ສະຖານກົງສູນໃຫຍ່ທີ່ຊາງຊາ ຢ່າງໃກ້ຊິດພ້ອມສາມາດສົ່ງຂ່າວຄາວໃຫ້ທາງຄອບຄົວພໍ່ແມ່ ແລະ ຜູ້ປົກຄອງໄດ້ເປັນປະຈໍາ; ໃຫ້ຈັດຕັ້ງກັນອອກກໍາລັງກາຍທີ່ສາມາດເຮັດໄດ້ພາຍໃຕ້ຄໍາແນະນໍາ ຂອງອຳນາດການປົກຄອງທ້ອງຖິ່ນ. ພ້ອມນີ້ກໍໃຫ້ໃຊ້ເວລາຫວ່າງສືບຕໍ່ຄົ້ນຄວ້າຮໍ່າຮຽນຜ່ານທາງອອນລາຍ ແລະ ເກັບກ່ຽວເອົາຄວາມຮູ້ເພື່ອສືບຕໍ່ຮ່ໍາຮຽນໃຫ້ຈົບ ແລະ ນໍາເອົາຜົນສໍາເລັດກັບ ມາສູ່ຄອບຄົວ ແລະ ປະເທດຊາດຂອງພວກເຮົາໄດ້ຢ່າງມີໄຊ.