ອັງກິດຊັອກ ! ລັດຖະມົນຕີສາທາ ຕິດເຊື້ອ COVID-19
March 11, 2020 - 9:51 AM
ອັງກິດຊັອກ ຫລັງ ທ່ານ ນາງ ນາດີນ ດໍຣີສ ລັດຖະມົນຕີສາທາລະນະສຸກ ກວດພົບວ່າປ່ວຍເປັນໂຣກ COVId-19 ໂດຍກ່ອນໜ້ານີ້ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບກັບນາຍົກລັດຖະມົນຕີ ບໍຣິສ ຈອນສັນ ແລະ ຍັງພົບກັບຄົນຫລາຍຮ້ອຍຄົນໃນລັດຖະສະພາ.
ລາຍງານຫລ້າສຸດຈາກບລູມເບີກ ລະບຸວ່າ: ລັດຖະມົນຕີວ່າການກະຊວງສາທາລະນະສຸກ ທ່ານ ນາງ ນາດີນ ດໍຣີສ ໄດ້ກາຍເປັນສະມາຊິກລັດຖະສະພາຄົນທຳອິດຂອງອັງກິດທີ່ອາດປ່ວຍ ໂຄວິດ-19 ຫລັງການກວດເຊື້ອເບື້ອງຕົ້ນມີຜົນເປັນບວກ ແລະ ທີ່ກັງວົນກວ່າກໍຄື ນາງ ດໍຣີນ ໄດ້ແຈ້ງວ່າ ກ່ອນໜ້ານີ້ ນາງເຂົ້າຮ່ວມງານລ້ຽງຕ້ອນຮັບກັບ ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ກ່ອນທີ່ນາງຈະປ່ວຍ, ອີກທັງຍັງໄດ້ພົບກັບຄົນຫລາຍຮ້ອຍຄົນໃນລັດຖະສະພາໃນອາທິດນັ້ນ.