WTO ປະກາດໂຈະກອງປະຊຸມທັງໝົດຊົ່ວຄາວ ຫລັງພົບບຸກຄະລາກອນຕິດໂຄວິດ-19
March 11, 2020 - 2:11 PM
ທ່ານ ໂຣເບີໂຕ ອາເຊເວໂດ ຜູ້ອຳນວຍການອົງການການຄ້າໂລກ (WTO) ປະກາດໂຈະການຈັດກອງປະຊຸມທັງໝົດຢູ່ສຳນັກງານ WTO ເປັນການຊົ່ວຄາວຈົນເຖິງວັນທີ 20 ມີນາ ຫລັງພົບບຸກຄະລາກອນ WTO ຄົນໜຶ່ງຕິດໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ຜູ້ອຳນວຍການ WTO ເປີດເຜີຍວ່າ: WTO ຈະພິຈາລະນາມະຕິໂຈະການຈັດປະຊຸມດັ່ງກ່າວກ່ອນຮອດອາທິດໜ້າ.
WTO ລະບຸໃນຖະແຫລງການວ່າ: ທາງ WTO ໄດ້ມີການຈັດຕັ້ງໜ່ວຍປະຕິບັດການສະເພາະກິດ ເພື່ອຮັບມືກັບໄວຣັສໂຄໂຣນາໂດຍສະເພາະ ເພື່ອຄອຍຕິດຕາມສະຖານະການຕ່າງໆ ແລະ ປັດຈຸບັນກໍມີການໃຊ້ມາດຕະການປ້ອງກັນທີ່ຈຳເປັນ ເພື່ອຕອບຮັບຕໍ່ສະຖານະການທີ່ປ່ຽນແປງຕະຫລອດເວລາ.