ກູເກິລສັ່ງພະນັກງານ 1 ແສນຄົນ ເຮັດວຽກຢູ່ເຮືອນຫລີກລ່ຽງ “ໂຄວິດ-19”
ກູເກິລ ເວັບໄຊຄົ້ນຫາຂໍ້ມູນຍອດນິຍົມຂອງໂລກ ອອກຄຳແນະນຳໃຫ້ພະນັກງານຢູ່ອາເມລິກາເໜືອທັງໝົດ ເຊິ່ງມີຢູ່ 1 ແສນກວ່າຄົນ ເຮັດວຽກຢູ່ເຮືອນຈົນເຖິງວັນທີ 10 ເມສານີ້.
ກ່ອນໜ້ານີ້, ກູເກິລ ໃຫ້ພະນັກງານໃນເຂດເບ ແອເຣຍ ເຊິ່ງມີປະມານ 45.000 ຄົນ ເຮັດວຽກຢູ່ເຮືອນ ແລະ ຂະຫຍາຍມາເປັນພະນັກງານຢູ່ອາເມລິກາເໜືອທັງໝົດ.
ນອກຈາກນີ້ ກູເກິລ ຍັງປະກາດນະໂຍບາຍເລື່ອງການລາປ່ວຍວ່າ: ຖ້າພະນັກງານຈຳເປັນຕ້ອງລາປ່ວຍເພາະອາການທີ່ໃກ້ຄຽງກັບໂຄວິດ-19 ຫລື ບໍ່ສາມາດມາເຮັດວຽກໄດ້ ເພາະຖືກກັກຕົວວ່າຕ້ອງສົງໄສຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຍັງສາມາດໄດ້ຮັບເງິນຄ່າຈ້າງໄດ້ຕໍ່ໄປ.
ນະໂຍບາຍນີ້ ບໍ່ຈຳກັດສະເພາະພະນັກງານທີ່ເຮັດວຽກເຕັມເວລາ ແຕ່ຍັງລວມເຖິງພະນັກງານສັນຍາຈ້າງຜ່ານບໍລິສັດທີ່ເຊັນສັນຍາຈັດຫາຄົນໃຫ້ກູເກິລເຊັ່ນ: ຄົນຂັບລົດ ຫລື ພະນັກງານໃນຮ້ານອາຫານ ແລະ ໃຫ້ມີຜົນບັງຄັບໃຊ້ຕໍ່ສຳນັກງານທົ່ວໂລກຂອງບໍລິສັດນຳອີກ.