ວິກິດແລ້ງສີລັງກາກະທົບເກືອບ 3 ແສນຊີວິດ
ໃນວັນທີ 10 ມີນາ, ສູນແກ້ໄຂໄພພິບັດສີລັງກາອອກຖະແຫລງການລະບຸວ່າ: ປະຊາຊົນຫລາຍກວ່າ 298.000 ຄົນໄດ້ຮັບຜົນກະທົບຈາກໄພແລ້ງຮຸນແຮງທົ່ວສີລັງກາ, ໜ່ວຍງານທີ່ກ່ຽວຂ້ອງປະເມີນວ່າ: ສະພາບອາກາດທີ່ແຫ້ງແລ້ງຈະຮຸນແຮງຂຶ້ນອີກ.
ພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກໄພແລ້ງ ເຊິ່ງຍັງຍືດເຍື້ອຕໍ່ໄປ ໄດ້ແກ່ແຂວງທາງຕາເວັນຕົກ ເຊິ່ງມີຫລາຍກວ່າ 53.000 ຄອບຄົວໄດ້ຮັບຄວາມເດືອດຮ້ອນ ແລະ ຜະເຊີນກັບສະພາບຂາດເຂີນນ້ຳ.
ພື້ນທີ່ອື່ນທີ່ໄດ້ຮັບຜົນກະທົບເຊັ່ນ: ເມືອງກັນຕິ ເຊິ່ງຕັ້ງຢູ່ບ່ອນຮາບສູງທາງຕອນກາງຂອງປະເທດ, ເມືອງຣັດຕະນະປຸຣະ ທາງຕອນໃຕ້ ແລະ ເມືອງປັດຕາລຳ ທາງຕາເວັນອອກສຽງເໜືອຂອງສີລັງກາ.
ການພະຍາກອນອາກາດຄັ້ງຫລ້າສຸດຂອງກົມອຸຕຸນິຍົມວິທະຍາສີລັງກາ ລະບຸວ່າ: ອາກາດໃນ 11 ພື້ນທີ່ຈະຍັງຮ້ອນຂຶ້ນອີກ ເຊິ່ງລວມທັງແຂວງທາງຕາເວັນຕົກ, ທາງຕາເວັນຕົກສຽງເໜືອ ແລະ ແຂວງໃນພາກໃຕ້. ສຳນັກງານອຸຕຸນິຍົມເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບຫລີກເວັ້ນການອອກໄປນອກເຮືອນຫລາຍເກີນໄປໃນໄລຍະ 2-3 ວັນຕໍ່ໜ້າ.
ທັງນີ້ ກົມອຸຕຸນິຍົມວິທະຍາລະບຸວ່າ: ໃນ 2-3 ມື້ຕໍ່ໜ້າ ສີລັງກາອາດຜະເຊີນອຸນຫະພູມສູງເຖິງ 41 ອົງສາ.