ອົງການແພດຍີ່ປຸ່ນ ສືບຕໍ່ໃຫ້ການຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກ ຢູ່ຫົວພັນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈສຳລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສຸກສາລາ, ໂຮງໝໍເມືອງ ແລະວຽກງານບໍລິການປິ່ນປົວຂັ້ນພື້ນຖານ ຢຸ່ແຂວງ ຫົວພັນ, ໄດ້ມີຂື້ນໃນວັນທີ 11 ມານາ ນີ້ ລະຫວ່າງ ທ່ານ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຫົວພັນ ແລະ ທ່ານ ນາງ ອາກິ ໂອກາວະ ຫົວໜ້າອົງການແພດໂລກ ຍີ່ປຸ່ນ ປະຈຳ ສປປ ລາວ, ຢູ່ ນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນວຽກງານຮັກສາສຸຂະພາບຂອງແມ່ ແລະ ເດັກ ຢູ່ໃນເມືອງ ຫົວເມືອງ, ເມືອງ ຊ່ອນ ແລະ ເມືອງ ກວັນ.
ເພື່ອແນໃສ່ກຸ່ມຄົນທີ່ຖືກກີດກັນການເຂົ້າເຖິງການບໍລິການສຸຂະພາບຂັ້ນພື້ນຖານ, ດ້ວຍສາເຫດຕ່າງໆຄື: ໄພທຳມະຊາດ, ການຂັດແຍ່ງ ຫລື ຄວາມທຸກຍາກ, ນັບແຕ່ປີ 2012-2015 ອົງການແພດໂລກ ຍີ່ປຸ່ນ ຮ່ວມກັບ ອົງການແພດໂລກ ຝຣັ່ງ ຕ່າງກໍໄດ້ໃຫ້ການຊ່ວຍເຫລືອປັບປຸງສຸຂະພາບແມ່ ແລະ ເດັກ ໂດຍການໃຫ້ບໍລິການດ້ານສຸຂະພາບແມ່ ແລະ ເດັກອາຍຸລຸ່ມ 5 ປີ, ແບບບໍ່ເສຍຄ່າ, ຈາກປີ 2017-2020, ອົງການແພດໂລກ ຍີ່ປຸ່ນ ໄດ້ຈັດຕັ້ງປະຕິບັດໂຄງການໄລຍະ 3 ປີ ຢູ່ ເມືອງຊ່ອນ ແລະ ເມືອງ ຫົວເມືອງ, ເພື່ອປະກອບສ່ວນເຂົ້າໃນການຫລຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຂອງເດັກລຸ່ມ 5 ປີ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຮັກສາສຸຂະພາບເດັກ ແລະ ສ້າງຄວາມອາດສາມາດດ້ານວິຊາການໃຫ້ແກ່ພະນັກງານສາທາລະນະສຸກມີປະສິດທິພາບສູງຂຶ້ນ.