ກະຊວງ ສຶກສາ ກຽມແຈກຢາຍປື້ມ ແບບຮຽນຊັ້ນ ປ2 ເຫລັ້ມໃໝ່ໃຫ້ທັນກ່ອນສົກຮຽນໃໝ່ 2020-2021
March 11, 2020 - 4:44 PM
ກະຊວງ ສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ປັດຈຸບັນກະຊວງຂອງຕົນໄດ້ສຸມໃສ່ກະກຽມແຈກຢາຍປື້ມແບບຮຽນຊັ້ນປ2 ຫລາຍກ່ວາ 3 ແສນເຫລັ້ມຄື: ວິຊາຄະນິດສາດ, ພາສາລາວ ແລະ ໂລກອ້ອມຕົວ, ພ້ອມກັບ ປື້ມນິທານ 159.200 ກ່ວາຫົວ, ປຶ້ມອ່ານເສີມ 683.645 ຫົວ ແລະ ປຶ້ມຮູບພາບຕ່າງໆພ້ອມອຸປະກອນການສອນຂອງຄູຂັ້ນ ປ2 ເພື່ອຈັດສົ່ງໄປທົ່ວປະເທດໃຫ້ທັນກ່ອນມື້ເປີດສົກຮຽນໃໝ່ 2020-2021, ຕົ້ນຕໍແມ່ນຈະສົ່ງໄປຍັງ 148 ເມືອງ ໃນທົ່ວເຖິງ.
ນັບແຕ່ປີ 2015 ກະ¬ຊວງ ສຶກສາທິການ ແລະ ກິລາ, ໂດຍການສະໜັບສະໜູນຈາກສະຖານທູດອົດສະຕຣາລີ, ສະຫະພາບເອີຣົບ ແລະ USAID ໄດ້ພັດທະນາຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ຄຽງຄູ່ກັບສື່ການຮຽນການສອນ ສະບັບປັບປຸງໃໝ່ ແລະໄດ້ເລີ່ມນຳໃຊ້ໃນເດືອນກັນຍາ 2019 ໃນຊັ້ນ ປ1 ແລະ ຊັ້ນ ປ5 ຈະໃຫ້ໄດ້ນຳໃຊ້ໃນສົກຮຽນ 2023-2024ທີ່ຈະມາເຖິງ ເພື່ອຮັບປະກັນໃຫ້ການຮຽນການສອນມີຄຸນນະພາບດີຂຶ້ນ.