ຫລວງພະບາງ ໂຈະຫລາຍກິດຈະກຳສະຫລອງປີໃໝ່ລາວປີນີ້ເພື່ອສະກັດກັ້ນ ໂຄວິດ-19.
ໃນວັນທີ 11 ມີນາ ນີ້, ຫ້ອງວ່າການປົກຄອງແຂວງຫລວງພະບາງ, ໄດ້ອອກແຈ້ງການ ໂຈະຫລາຍກິດຈະກຳສຳລັບງານສະຫລອງປີໃໝ່ລາວ ພສ 2563,ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ເພື່ອຫລຸດຜ່ອນຄວາມສ່ຽງຕ່າງໆຕໍ່ການຕິດເຊື້ອ ພະຍາດດັ່ງກ່າວຄື: ໄດ້ປະກາດໂຈະ ການຈັດງານປະກວດນາງສັງຂານ ໃນວັນທີ 10-11 ເມສາ, ໂຈະການຈັດງານຕະຫລາດນັດມວນຊົນ ຕາມເສັ້ນທາງກາງເມືອງ ໃນວັນທີ 13 ເມສາ , ໂຈະການລົງຕົບພະທາດຊາຍ ທີ່ດອນຊາຍມຸງຄຸນ ໃນວັນທີ 13 ເມສາ ແລະ ໂຈະພິທີການແຫ່ວໍ່ຂອງຂະບວນມວນຊົນທີ່ເຄີຍປະຕິບັດມາໃນລະຫ່ວາງວັນທີ 14-15 ເມສາ ຂອງທຸກໆປີ, ສ່ວນກິດຈະກຳທີ່ກ່ຽວພັນກັບຮີດຄອງປະເພນີຂອງຊາວຫລວງພະບາງມາແຕ່ດຶກດຳບັນນັ້ນຈະຕ້ອງໄດ້ສືບຕໍ່ປະຕິບັດເຊັ່ນ: ພິທີອັງເຊີນພະບາງລົງສົງ ແຕ່ວັນທີ 17-20 ເມສາ, ການແຫ່ ແລະ ສົງນ້ຳໃຫ້ຄູບາ, ພະສົງຢູ່ແຕ່ລະວັດ ແມ່ນໃຫ້ສືບຕໍ່, ແຕ່ຈະບໍ່ໃຫ້ມີມວນຊົນ ແລະ ແຂກເຂົ້າຮ່ວມຫລາຍເປັນບາດດຽວ ໃນວັນທີ 15 ເມສາທີ່ຈະມາເຖິງນີ້.