ກາແດງລາວ ສືບຕໍ່ຊ່ວຍເຫລືອ ເມືອງສະໜາມໄຊ 2 ຕື້ກວ່າກີບ
ເມື່ອອາທິດຜ່ານມານີ້, ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ christopher ຫົວໜ້າສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ປະຈຳປະເທດພາກພື້ນ ສືບຕໍ່ລົງໄປໃຫ້ຄວາມຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບຈາກເຂື່ອນແຕກຢູ່ເມືອງສະໜາມໄຊ ແຂວງອັດປືເມື່ອລະດູຝົນປີ 2018 ເປັນຈໍານວນເງິນ 2 ຕື້ກວ່າກີບ ໂດຍສະເພາະແມ່ນຈະສຸມໃສ່ 12 ບ້ານເປົ້າໝາຍໃນເມືອງດັ່ງກ່າວ ເພື່ອແນໃສ່ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພດີຂຶ້ນເຊັ່ນ: ບ້ານທ່າອວນ, ປິນດົງ, ຕະມໍຢອດ, ຫີນລາດ, ດອນບົກ, ດອນມ່ວງ, ໂຄກກ່ອງ, ຫາດອຸດົມໄຊ, ສົ້ມປ່ອຍ, ຫາດຍາວ, ຕະເງົາ ແລະ ບ້ານຫີນສົມບັດ. ເລັ່ງໃສ່ສ້ອມແປງເຮືອນ 314 ຫລັງ, ສົ່ງເສີມການປູກຝັງ-ລ້ຽງສັດ, ປັບປຸງສຸຂະພິບານ, ການສ້າງວິດຖ່າຍຄົວເຮືອນ, ລະບົບນ້ຳບາດານ, ກໍ່ສ້າງອ່າງເກັບນ້ຳ, ປົວແປງໂຮງຮຽນ, ເຮືອນຊານບ້ານຊ່ອງຂອງປະຊາຊົນໃຫ້ດີຂຶ້ນ.

ປັດຈຸບັນ ບັນດາໜ້າວຽກດັ່ງກ່າວແມ່ນສໍາເລັດໄປແລ້ວ 60% ພາຍຫລັງເລີ່ມລົງມືປະຕິບັດມາແຕ່ເດືອນກຸມພານີ້ ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນພຶດສະພາທີ່ຈະມາເຖິງນີ້.