ວັນເກີດ ອັລເບີຣ໌ ໄອນ໌ສະໄຕນ໌ ນັກວິທະຍາສາດອັດສະລິຍະ ເຈົ້າຂອງທິດສະດີ ສຳພັດທະພາບ ແລະ ສູດ E=mc2
March 12, 2020 - 2:39 PM
14 ມີນາ 1879 ວັນເກີດ ອັລເບີຣ໌ ໄອນ໌ສະໄຕນ໌ ນັກວິທະຍາສາດ ອັດສະລິຍະ ເຈົ້າຂອງທິດສະດີ ສຳພັດທະພາບ ແລະ ສູດທີ່ມີຊື່ສຽງ E=mc2.
ລາວໄດ້ຮັບລາງວັນໂນເບລສາຂາ ຟີຊິກ ໃນປີ 1922 ໄອນ໌ສະໄຕນ໌ ເປັນຄົນຢິວ ທີ່ເກີດໃນເຢຍລະມັນ ໃນເວລາຮິດເລີຂຶ້ນສູ່ອຳນາດຕັດສິນໃຈອົບພະຍົບຈາກເຢຍລະມັນ ໄປອາເມລິກາ ແລະ ຄັດຄ້ານການຂະຫຍາຍອິດທິພົນ ຂອງລັດທິນາຊີ ມີບົດບາດສຳຄັນໃນການສະໜັບສະໜູນໃຫ້ສະຫະລັດ ສ້າງອາວຸດນິວເຄຣຍ ໄດ້ຮັບການຍົກຍ້ອງໃຫ້ເປັນບຸກຄົນແຫ່ງສະຕະວັດທີ 20./.
