7 ຂໍ້ທີ່ຈະຕ້ອງປະຕິບັດໃນເວລາເປັນໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ
ລູກເມືອງພວນ
ເພື່ອເປັນການຮັບມືກັບການປ່ຽນແປງໃໝ່ທີ່ສັບສົນຂອງພະຍາດ ໂຄວິດ-19 ນັ້ນ, ກະຊວງສາທາລະນະສຸກຫວຽດນາມໄດ້ອອກມາໃຫ້ຄຳແນະນຳບາງຢ່າງໃໝ່ອ່ຽມຫຼ້າສຸດເພື່ອໃຊ້ກັບຜູ້ທີ່ມີປາກົດການເປັນໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ.
ກະຊວງສາທາລະນະສຸກຫວຽດນາມ ໃຫ້ຄຳແນະນຳ 7 ຂໍ້ ທີ່ຈະຕ້ອງໄດ້ນຳໃຊ້ໃນເວລາມີອາການເປັນໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກດັ່ງນີ້:
1. ໃສ່ຜ້າອັດປາກ ແລະ ແຍກຕົວຢູ່ໃນຫ້ອງສະເພາະ, ຢູ່ບ່ອນທີ່ມີອາກາດປອດໂປ່ງໃນເຮືອນ, ຫຼີກລ່ຽງພົບປະຕິດພັນກັບຄົນອື່ນໃນໄລຍະຫ່າງໄກ 2 ແມັດ.
2. ໂທຫາສາຍດ່ວນຂອງກະຊວງສາທາລະນະສຸກໃນທ້ອງຖິ່ນ ຫຼື ຂອງກະຊວງສາທາລະນະສຸກໂດຍກົງ ເພື່ອໃຫ້ຄຳປຶກສາ ແລະ ໄປຫາແພດໝໍເພື່ອກວດເຊັກຮ່າງກາຍ ແລະ ປິ່ນປົວ, ຕ້ອງໃສ່ໜ້າກາກອານາໄມຢູ່ຕະຫຼອດເວລາໃນໄລຍະການເຄື່ອນໄຫວຂອງຕົນ.
3. ເວລາໄອ, ຈາມ ຕ້ອງປິດປາກດ້ວຍຜ້າ, ເຈ້ຍ ຫຼື ແຂນເສື້ຶອ. ຖິ້ມຜ້າ, ເຈ້ຍ ຫຼື ປ້າອັດປາກທີ່ໃຊ້ແລ້ວເຂົ້າໃນຖັງຂີ້ເຫຍື້ອມີຝາປິດ.
4. ລ້າງມືເປັນປະຈຳດ້ວຍສະບູພິເສດພາຍຫຼັງມີການໄອ, ຈາມ ຫຼື ພາຍຫຼັງມີການປ່ຽນຖ່າຍຜ້າອັດປາກ.
5. ບໍ່ໃຊ້ອຸປະກອນຮ່ວມກັນເຊັ່ນ: ຈອກກິນນໍ້າ, ຖ້ວຍ, ບ່ວງ…
6. ຫຼີກລ່ຽງນຳໃຊ້ພາຫະນະສາທາລະນະ, ບໍ່ໄປບອ່ນທີມີຄົນຫຼາຍເຊັ່ນ: ບ່ອນເຮັດວຽກ, ໂຮງຮຽນ…
7. ແຈ້ງໃຫ້ຜູ້ໃຊ້ແຮງງານ, ທາງໂຮງຮຽນ ແລະ ຜູ້ທີ່ກ່ຽວຂ້ອງຮັບຮູ້ ເພື່ອໃຫ້ການຊ່ວຍເຫຼືອ.