ຢ່າຫລົງຜິດ ! ຂໍ້ມູນຊວນເຊື່ອປ້ອງກັນໄວຣັສ ໂຄວິດ-19
ກ່ອນໜ້ານີ້ ມີຂ່າວຊາວອີຣານເສຍຊີວິດ 27 ຄົນ ຫລັງດື່ມເຫລົ້າເຖື່ອນທີ່ມີເມທານໍ (ແອລກໍຮໍຊະນິດເຊື້ອໄຟ) ເປັນສ່ວນປະສົມ ເຊິ່ງເປັນພິດຕໍ່ຮ່າງກາຍເຂົ້າໄປ ເຫດໄປຫລົງເຊື່ອຂໍ້ມູນຂ່າວລືຜິດໆ ທີ່ມີການແຊໃນສື່ສັງຄົມອອນລາຍວ່າ: ແອລກໍຮໍສາມາດຂ້າເຊື້ອໄວຣັສ ໂຄວິດ-19 ທີ່ກຳລັງລາມລະບາດໄປທົ່ວໂລກໄດ້ ຫລັງຈາກອີຣານມີຜູ້ເສຍຊີວິດຈາກໂຄວິດ-19 ໄປແລ້ວ 237 ຄົນ ແລະ ມີຜູ້ຕິດເຊື້ອຫລາຍກວ່າ 7.000 ຄົນ.

ການຫລົງເຊື່ອຜິດໆຄືກໍລະນີຢູ່ອີຣານ ເປັນພຽງຕົວຢ່າງໜຶ່ງຂອງຜູ້ທີ່ອາດຮູ້ເທົ່າບໍ່ເຖິງການ ໄປຫລົງເຊື່ອຂໍ້ມູນບິດເບືອນທີ່ສ້າງຄວາມເຂົ້າໃຈຜິດໃຫ້ແກ່ສາທາລະນະຊົນ ໂດຍບໍ່ຄຳນຶງເຖິງຜົນຮ້າຍແຮງຈະຕາມມາ ເຊິ່ງມີຫລາຍຂໍ້ມູນຫລາຍກໍລະນີກ່ຽວກັບວິທີຮັບມືໄວຣັສໂຄວິດ-19 ທີ່ຜິດໆ ບໍ່ເປັນຄວາມຈິງອອກໄປ ໂດຍສະເພາະໃນສັງຄົມອອນລາຍ ທີ່ໃຜຈະຄິດຈະພິມຫຍັງລົງໄປກໍໄດ້ ທີ່ມີອີກຫລາຍຂໍ້ມູນ ຄວາມຄິດ ຄວາມເຊື່ອຜິດໆ ກ່ຽວກັບວິທີປິ່ນປົວປ້ອງກັນການຕິດເຊື້ອໂຄວິດ-19 ເຊັ່ນເຊື່ອວ່າ: ການກິນກະທຽມດິບ ປ້ອງກັນການຕິດເຊື້ອໄວຣັສ ທີ່ມີການແຊຕໍ່ໆກັນທາງເຟສບຸກ ທີ່ເຊົາໄຊນາມໍນິງໂພສ ສື່ຮົງກົງລາຍງານກ່ອນໜ້ານີ້ວ່າ: ຍິງສາວນາງໜຶ່ງຖືກຫາມສົ່ງໂຮງໝໍປິ່ນປົວອາການລຳຄໍອັກເສບໄໝ້ ເຫດຈາກກິນກະທຽມດິບເຂົ້າໄປເຖິງ 1,5 ກິໂລ ໂດຍເຊື່ອວ່າຈະຊ່ວຍປ້ອງກັນການຕິດເຊື້ອໂຣກ, ແຕ່ອົງການອະນາໄມໂລກ (WHO) ຊີ້ວ່າ: ເຖິງວ່າອາຫານທີ່ດີຕໍ່ສຸຂະພາບເຊັ່ນ: ຜັກ ແລະ ໝາກໄມ້ ອາດມີຄຸນສົມບັດຊ່ວຍຕ້ານທານໂຣກໄດ້, ແຕ່ຍັງບໍ່ມີຫລັກຖານຢືນຢັນວ່າ: ການກິນກະທຽມຈະຊ່ວຍປົກປ້ອງຄົນເຮົາຈາກໄວຣັສໂຄໂຣນາສາຍພັນໃໝ່ໄດ້.
ນ້ຳແຮ່ມະຫັດສະຈັນ ຂ້າໄວຣັສໄດ້ ເປັນອີກຂໍ້ມູນໂຄສະນາຊວນເຊື່ອທີ່ມາຈາກ ຊັອກດານີ ແຊເທີ ຢູທູບເບີຄົນໜຶ່ງທີ່ມີຜູ້ຕິດຕາມຈຳນວນຫລາຍພັນຄົນໃນຫລາຍແພດຟອມ ອວດອ້າງສັບພະຄຸນ ນ້ຳແຮ່ມະຫັດສະຈັນ ທີ່ເອີ້ນວ່າ: MMS ວ່າສາມາດລ້າງໄວຣັສໂຄໂຣນາໄດ້ ໂດຍນ້ຳແຮ່ທີ່ວ່ານີ້ມີສານຄໍຣິນໄດອອກໄຊ ຫລື ສານຟອກສີຜົມປະສົມຢູ່ນຳ, ແຕ່ສຳນັກງານອາຫານ ແລະ ຢາ (FDA) ຂອງອາເມລິກາ ອອກມາເຕືອນແຕ່ປີຜ່ານມາເຖິງອັນຕະລາຍຂອງການດື່ມນ້ຳແຮ່ MMS ນີ້ ເຊັ່ນດຽວກັບໃນຫລາຍປະເທດ ໂດຍລະບຸວ່າຍັງບໍ່ມີຜົນວິໄຈໃດທີ່ບອກວ່າຜະລິດຕະພັນນີ້ປອດໄພ ຫລື ມີປະສິດທິຜົນໃນການປິ່ນປົວຄວາມເຈັບປ່ວຍໃດໆ ຫາກແຕ່ຍັງມີອັນຕະລາຍທີ່ອາດເຮັດໃຫ້ມີອາການປຸ້ນທ້ອງ, ປວດຮາກ, ຖອກທ້ອງ ແລະ ເຮັດໃຫ້ຮ່າງກາຍຂາດນ້ຳຢ່າງຮຸນແຮງໄດ້.

ການຜະລິດນ້ຳຢາລ້າງມືເອງ ເປັນໜຶ່ງໃນທາງເລືອກທີ່ທຸກຄົນສົນໃຈໃນໄລຍະເວລາທີ່ຫລາຍປະເທດຂາດເຂີນອຸປະກອນປ້ອງກັນການຕິດເຊື້ອເຊັ່ນ: ຜ້າອັດປາກ ແລະ ນ້ຳຢາລ້າງມື ເຊິ່ງເວລານີ້ມີສິດຜະລິດນ້ຳຢາລ້າງມືດ້ວຍຕົນເອງ ເຜີຍແຜ່ທາງໂຊຊຽວມີເດຍ, ແຕ່ຜູ້ຊ່ຽວຊານຫລາຍທ່ານເຕືອນວ່າ: ສູດການຜະລິດນ້ຳຢາລ້າງມືເອງ ອາດຈະບໍ່ສາມາດຂ້າເຊື້ອໂຣກໄດ້ຢ່າງມີປະສິດທິຜົນຄືທີ່ເຂົ້າໃຈ ແລະ ບາງສູດທີ່ອ້າງວ່າເປັນສູດດຽວກັບຜະລິດຕະພັນຍີ່ຫໍ້ດັງຢູ່ຕ່າງປະເທດ ເຊິ່ງຂ້າເຊື້ອໂຣກໄດ້ດີໃນພື້ນຜິວ ກໍບໍ່ໄດ້ເໝາະກັບການນຳມາໃຊ້ກັບຜິວໜັງຂອງຄົນເຮົາ.
ຫລື ການຊວນເຊື່ອໃຫ້ດື່ມ ຊິລເວີຄໍລອຍ ແຮ່ທາດຊະນິດໜຶ່ງທີ່ປາກົດໃນລາຍການໂທລະພາບຂອງນັກສອນສາສະໜາຊາວອາເມລິກາ ອວດອ້າງວ່າການດື່ມແຮ່ທາດຊະນິດນີ້ສາມາດຂ້າໄວຣັສໂຄໂຣນາບາງຊະນິດໄດ້ພາຍໃນ 12 ຊົ່ວໂມງ ແຕ່ຍັງບໍ່ມີສິ່ງພິສູດໃນທາງການແພດ ແຕ່ມີການແຊຕໍ່ຂໍ້ມູນນີ້ກັນໄປໃນໂລກໂຊຊຽວ.

ຍັງບໍ່ໝົດ ຍັງມີຂໍ້ມູນແຊໃນເຟສບຸກ ອ້າງຄຳແນະນຳຂອງໝໍຍີ່ປຸ່ນຄົນໜຶ່ງບອກວ່າ ໃຫ້ດື່ມນ້ຳສະອາດທຸກໆ 15 ນາທີ ຈະຊ່ວຍລ້າງໄວຣັສທີ່ອາດເຂົ້າມາທາງຊ່ອງປາກຂອງເຮົາໄດ້ ເຊິ່ງຂໍ້ມູນນີ້ມີຄົນແຊຕໍ່ໆກັນໄປຫລາຍກວ່າ 250.000 ຄັ້ງແລ້ວ.
ນອກຈາກນີ້ຍັງມີເລື່ອງໃຫ້ກິນຂອງຮ້ອນໆ ຫລີກເວັ້ນກະແລ້ມຂອງເຢັນ ໂດຍບອກວ່າຄວາມຮ້ອນທັງນ້ຳຮ້ອນ ແລະ ແສງແດດຂ້າເຊື້ອໄວຣັສໄດ້.
ທີ່ວ່າມາເປັນຂໍ້ມູນຄວາມເຊື່ອທີ່ຍັງບໍ່ມີຂໍ້ພິສູດທາງວິທະຍາສາດຢືນຢັນ. ສະນັ້ນ ກ່ອນຈະເຊື່ອສິ່ງໃດ ຄວນຕ້ອງກວດສອບຄວາມເປັນຈິງຈາກແຫລ່ງຂໍ້ມູນທີ່ໜ້າເຊື່ອຖືໃນທາງການແພດກ່ອນເຊັ່ນ: ໜ່ວຍງານພາກລັດ ແລະ ໜ່ວຍງານທາງການແພດ ເພື່ອຄວາມແນ່ນອນແລ້ວຈຶ່ງແຊ.