ເລື່ອງລາວສຳຄັນກ່ຽວກັບການປົກປ້ອງສິດທິຂອງແມ່ຍິງ
ວິເສດ ສະແຫວງສຶກສາ
ໃນບັນຍາກາດວັນແມ່ຍິງສາກົນ (8 ມີນາ) ປະຈຳປີນີ້, ຜູ້ຂຽນມີເລື່ອງເລົ່າຈາກບາງປະເທດ ກໍຄືອົງການຈັດຕັ້ງກ່ຽວກັບມາດຕະການລົງໂທດຕໍ່ຜູ້ມີຄວາມຜິດໃນຄະດີຂົ່ມຂືນ ແລະ ໝິ່ນປະໝາດເພດຍິງ. ຂໍເລີ່ມຈາກເຫດການທີ່ເກີດຂຶ້ນໃນຂອບຮົ້ວຂອງລັດຖະສະພາເອີຣົບ (European Parliament – EP) ເມື່ອປະມານ 3 ປີຜ່ານມາແລ້ວ. ເລື່ອງມີຢູ່ວ່າ: ທ່ານ ຢານຸດ ກໍວິນ ມິກກີ ອາຍຸ 74 ປີ ສະມາຊິກລັດຖະສະພາຈາກປະເທດໂປໂລຍ ທີ່ຄວບຕຳແໜ່ງເປັນສະມາຊິກລັດຖະສະພາເອີຣົບ (EP) ໄດ້ຖືກກອງປະຊຸມ EP ຕັດສິນລົງວິໄນຢ່າງໜ້າອັບອາຍຂາຍໜ້າ ຍ້ອນພະຍາດ “ໄວປາກເສຍສິນ ໄວຕີນຕົກກົກໄມ້” ທີ່ຊຳເຮື້ອຢູ່ກະໂຕທ່ານຜູ້ແທນຄົນນີ້. ເລື່ອງມີຢູ່ວ່າ: ທ່ານຜູ້ແທນ ຢານຸດ ເຈົ້າບັນຫາຄົນນີ້ໄດ້ມີຄຳເຫັນວ່າ: ພະນັກງານເພດຍິງນັ້ນຄວນໄດ້ຮັບເງິນເດືອນໜ້ອຍກວ່າຜູ້ຊາຍ ເພາະແມ່ຍິງນັ້ນມີຄວາມອ່ອນແອກວ່າ ແລະ ມີຄວາມສະຫລາດໜ້ອຍກວ່າຜູ້ຊາຍ.
ຂ່າວບໍ່ໄດ້ບອກວ່າ ທ່ານຜູ້ແທນປາກບອນຄົນນີ້ມີຄຳເຫັນຢູ່ໃສ, ແຕ່ບອກພຽງວ່າ ພໍເລື່ອງນີ້ຊອດຮອດຫູທ່ານ ອານໂຕໂຍ ທາຈານີ ປະທານ EP ໃນເວລານັ້ນ ກໍໄດ້ເກີດເປັນບັນຫາຮ້ອນແຮງ ເຖິງຂັ້ນຕ້ອງໄດ້ລົງໂທດຜູ້ກໍ່ເລື່ອງຢ່າງສາສົມ ຄືຖືກປັບເປັນເງິນ ໂດຍໄດ້ຕັດເບ້ຍລ້ຽງຄ່າເຂົ້າຮ່ວມກອງປະຊຸມຂອງຜູ້ກ່ຽວເປັນເວລາ 30 ວັນ ຕົກເປັນເງິນ 9.201 ເອີໂຣ ແຕ່ເສຍໜ້າແຮງກໍຄືທ່ານຜູ້ແທນຄົນນີ້ຖືກງົດການເຂົ້າຮ່ວມລາຍການເຄື່ອນໄຫວຂອງ EU ເປັນເວລາ 10 ວັນ ແລະ ຖືກຫ້າມເປັນຕົວແທນໃຫ້ EP ເປັນເວລາ 1 ປີເຕັມໆ. ນອກຈາກມີອະຄະຕິ ແລະ ທັດສະນະໝິ່ນປະໝາດເພດຍິງແລ້ວ, ທ່ານຜູ້ແທນ ຢານຸດ ຄົນນີ້ກໍຍັງເຄີຍມີຄຳເຫັນທີ່ມີລັກສະນະຈຳແນກເຊື້ອຊາດ ແລະ ເຄີຍວິຈານໄປໃນທາງຜິດພາດກ່ຽວກັບການສັງຫານໂຫດຕໍ່ຊາວຢິວໃນລະຫວ່າງສົງຄາມໂລກຄັ້ງທີສອງ. ສ່ວນຢູ່ປະເທດອິນໂດເນເຊຍ ກໍໄດ້ມີການຮັບຮອງເອົາກົດໝາຍສະບັບໜຶ່ງໃນເດືອນຕຸລາ 2016 ທີ່ໄດ້ກຳນົດໂທດສູງສຸດ ດ້ວຍການປະຫານຊີວິດຕໍ່ຜູ້ຂົ່ມຂືນເດັກຍິງ. ກົດໝາຍສະບັບດັ່ງກ່າວໄດ້ກຳນົດໂທດຂົ່ມຂືນເດັກໃນລະດັບຕໍ່າສຸດ ດ້ວຍການຕັດອິດສະຫລະພາບ 10 ປີ, ສູງສຸດແມ່ນປະຫານຊີວິດ. ສຳລັບຜູ້ກະທຳຜິດແບບບໍ່ຫລາບບໍ່ຈື່ນັ້ນຈະຖືກສີດສານເຄມີ ເພື່ອໃຫ້ຫລຸດສະມັດຕະພາບທາງເພດ ຫລື ກາຍເປັນໝັນໄປຕະຫລອດຊີວິດ. ພາຍໃຕ້ກົດໝາຍສະບັບດັ່ງກ່າວ, ຄະນະພິພາກສາຍັງມີສິດຕັດສິນໃຫ້ຝັງອຸປະກອນເອເລັກໂຕຣນິກຕິດຕົວຜູ້ກະທຳຜິດ ພາຍຫລັງພົ້ນຈາກໂທດຈຳຄຸກ. ອຸປະກອນດັ່ງກ່າວຈະຊ່ວຍໃຫ້ເຈົ້າໜ້າທີ່ປະຕິບັດກົດໝາຍສາມາດຕິດຕາມຜູ້ເຄີຍມີຄະດີນີ້ບໍ່ໃຫ້ກໍ່ເຫດຊ້ຳຮອຍອີກ.
ຜູ້ຂຽນຂໍປິດທ້າຍບົດນີ້ດ້ວຍຂ່າວກ່ຽວກັບມາດຕະການສຽບຂາດຂອງອົດສະຕຣາລີທີ່ມີຂຶ້ນໃນປີ 2017 ນັ້ນ ກໍຄືການຮັບຮອງເອົາກົດໝາຍສະກັດກັ້ນພົນລະເມືອງອົດສະຕຣາລີທີ່ມີແຜນເດີນທາງໄປທ່ອງທ່ຽວຕ່າງປະເທດ ເພື່ອຊອກມີເພດສຳພັນກັບເດັກນ້ອຍ. ສະຖິຕິຊີ້ອອກວ່າ: ໃນປີ 2016 ປີດຽວ ຊາວອົດສະຕຣາລີຈຳນວນ 800 ຄົນທີ່ເຄີຍມີຄະດີລະເມີດທາງເພດຕໍ່ເດັກໄດ້ມີໂອກາດເດີນທາງໄປຕ່າງປະເທດ. ພາຍໃຕ້ກົດໝາຍນີ້ ຜູ້ເຄີຍມີຄະດີທີ່ກ່າວມາຂ້າງເທິງນີ້ຈະຖືກຢຶດໜັງສືຜ່ານແດນ. ນອກນັ້ນ ກົດໝາຍຍັງເຮັດໜ້າທີ່ກຳຈັດສື່ສັງຄົມອອນລາຍທີ່ໂຄສະນາຂະຫຍາຍລູກຄ້າເຂົ້າຮ່ວມການທ່ອງທ່ຽວທາງເພດ (Sex Tourism) ອີກດ້ວຍ.