ພຣີເມຍລີກວິກິດການ…! ອາເຕຕ້າ ຕິດເຊື້ອໄວຣັສ COVID-19
March 13, 2020 - 10:05 AM
ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ມິເກລ ອາເຕຕ້າ ຜູ້ຈັດການທີມຊາວແອດສະປາຍຂອງ ອາເຊນອລ ທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ ອອກມາເປີດເຜີຍຕໍ່ສື່ມວນຊົນວ່າ ຕິດເຊື້ອໄວຣັສ COVID-19, ຫຼັງຈາກຜົນກວດອອກມາເປັນບວກ ຂະນະທີ່ ອາເຊນອລ ລະບຸວ່າ ຕອນນີ້ລາວກໍາລັງຢູ່ໃນການດູແລຮັກສາເປັນຢ່າງດີ.

ສຳຫຼັບ ອາເຕຕ້າ ຫາກໍພາ ອາເຊນອລ ເດີນທາງໄປແຂ່ງຂັນລາຍການ ຢູຟາ ຢູໂຣປາລີກ ເມື່ອ 2 ອາທິດທີ່ຜ່ານ ເປີດໃຈວ່າ: ນີ້ເປັນເລື່ອງທີ່ໜ້າຜິດຫວັງ ແຕ່ຂ້ອຍໄດ້ເຂົ້າຮັບການກວດ ແລະ ຮັກສາ ຫຼັງຈາກທີ່ຮູ້ສຶກບໍ່ຄ່ອຍດີ ແລະ ຂ້ອຍຈະກັບມາເຮັດວຽກໃຫ້ໄວທີ່ສຸດທັນທີທີ່ໄດ້ຮັບອະນຸຍາດ.

ອາເຕຕ້າ ແລະ ນັກເຕະຊຸດໃຫຍ່ຂອງ ອາເຊນອລ ຫາກໍໄດ້ລົງຊ້ອມຮ່ວມກັນ ໃນວັນອັງຄານທີທີ່ຜ່ານມາ ລວມເຖິງທີມຄະນະຄູຝຶກ ຈະຕ້ອງຖືກກັກຕົວ ເພື່ອເຝົ້າເບິ່ງອາການຢ່າງໃກ້ຊິດ, ສ່ວນ ອາເຊນອລ ໄດ້ປິດລອນດອນ ໂຄລນີ ສູນຝຶກຊ້ອມເປັນທີ່ຮຽບຮ້ອຍແລ້ວ.