ນະຄອນຫລວງວຽງຈັນພົບຄວາມທ້າທາຍໃນການເກັບມ້ຽນຂີ້ເຫຍື້ອ
ປັດຈຸບັນ, ນະຄອນຫລວງວຽງຈັນກຳລັງປະເຊີນກັບຄວາມທ້າທາຍໃນການເກັບມ້ຽນຂີ້ເຫຍື້ອ ເພາະຫລາຍຄົວເຮືອນຍັງບໍ່ເຂົ້າຮ່ວມເຮັດສັນຍາໃນການເກັບມ້ຽນ, ໂດຍເລືອກໃຊ້ວິທີເຜົາ, ຖິ້ມຊະຊາຍຢູ່ຕາມແຄມປ່າ, ແຄມທາງ, ຕາມສະຖານທີ່ສາທາລະນະ ແລະ ຖິ້ມລົງຕາມແມ່ນ້ຳຕ່າງໆ ລວມທັງແມ່ນ້ຳຂອງ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນ, ນະຄອນຫລວງວຽງຈັນມີສະຫນາມຂີ່ເຫຍື່ອປະມານ 100 ກວ່າເຮັກຕາ ຢູ່ຫລັກ 32, ເປັນພື້ນທີ່ຝັງຂີ້ເຫຍື້ອພຽງແຫ່ງດຽວ, ແຕ່ການເກັບມ້ຽນຂີ້ເຫຍື້ອດັ່ງກ່າວແມ່ນມີຄວາມຫຍຸງຍາກຫລາຍເພາະເປັນຂີ່ເຫຍື່ອທີ່ຍັງບໍ່ໄດ້ແຍກສ່ວນມາແຕ່ຕົ້ນທາງມັນຈະປົນເປກັນໄປນັບແຕ່ເສດອາຫານ, ໄປເຖິງສິ່ງເສດເຫລືອຕ່າງໆ.
ໃນຜ່ານມາການເກັບມ້ຽນຂີ້ເຫຍື້ອຢູ່ນະຄອນຫລວງວຽງຈັນແມ່ນຍັງບໍ່ເປັນເອກະພາບໃນດ້ານລາຄາກັບຜູ້ເຮັດສັນຍາ ແລະ ຂໍ້ບັງຂັບທີ່ຮັດກຸມຈິ່ງເຮັດໃຫ້ເກີດກໍລະນີໃຜຢາກເຮັດສັນຍາກໍເຮັດ ຫລື ບໍ່ເຮັດກໍບໍ່ເປັນຫນັ້ນຈິ່ງມີຂໍຂັດແຍ່ງເກີດຂຶ້ນ ແລະ ມີປະກົດການລັກລອບຖິມຂີ້ເຫຍື່ອຊະຊາຍນັບມື້ເກີດຂຶ້ນຫລາຍ, ໂດຍສະເພາະແມ່ນຊັ້ນຄົນທີ່ຍັງທຸກຍາກຂາດເຂີນ, ດັ່ງນັ້ນຈຶ່ງເກີດມີຂັດແຍ່ງກັນໃນເລື່ອງການເກັບມ້ຽນຂີ້ເຫຍື້ອ ແລະ ໃນຂະນະນີ້ຫ້ອງການຄຸ້ມຄອງບໍລິຫານຕົວເມືອງກຳລັງຜ່ານຮ່າງກົດໝາຍກ່ຽວກັບການຈັດສັນຂີ້ເຫຍື້ອ ຖ້າໄດ້ຮອງຮັບ ແລະ ປະກາດໃຊ້ກໍຈະສາມາດບັງຄັບໃຊ້ກົດໝາຍໄດ້ເດັດຂາດຕໍ່ກັບການເກັບມ້ຽນຂີ້ເຫຍື້ອຢູ່ນະຄອນຫລວງວຽງຈັນໃຫ້ມີປະສິດທິຜົນ.