ຍັງມີນັກໂທດໂຕນໜີ ອອກຄ້າຍຄຸມຂັງ-ດັດສ້າງ ຢູ່ ນະຄອນຫລວງວຽງຈັນ.
ເຈົ້າໜ້າທີ່ ໄດ້ແຈ້ງຕໍ່ກອງປະຊຸມສະຫລຸບວຽກງານຄຸມຂັງ-ດັດສ້າງ ປກສ ນະຄອນຫລວງວຽງຈັນ, ໃນວັນທີ 12 ມີນານີ້ໃຫ້ຮູ້ວ່າ: ປີຜ່ານມາ, ຍັງມີຜູ້ຖືກຫາໂຕນຫນີອອກຄ້າຍຄຸມຂັງຫລາຍເຖິງ 43 ຄົນໃນຈຳນວນນັກໂທດທີຄຸມຂັງຢູ່ 2.000 ກ່ວາຄົນ, ໃນນັ້ນມີຍິງ 300 ຄົນ, ສ່ວນໃຫຍ່ແມ່ນຄະດີຄ້າຂາຍຢາເສບຕິດ, ລັກຊັບ ແລະ ອື່ນໆ. ແລະ ປີຜ່ານມາກໍໄດ້ສະເຫນີຂັ້ນເທິງປະຕິບັດນະໂຍບາຍ ຕໍ່ນັກໂທດຜູ້ດັດສ້າງຕົນເອງດີໃຫ້ອະໄພຍະໂທດ ປ່ອຍຕົວ 19 ຄົນ, ຜ່ອນໂທດ 213 ຄົນ ຕາມລະບຽບກົດໝາຍ.
ທ່ານ ພັນໂທ ໂອລຳ ທາດມະນີ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງດັ່ງກ່າວໃຫ້ຮູ້ວ່າ: ໃນຕໍ່ໜ້າ ຄ້າຍຄຸມຂັງ-ດັດສ້າງຂອງຕົນ ຈະເພີ່ມທະວີປັບປຸງວຽກງານໃຫ້ມີປະສິດທິພາບດີຂື້ນ, ໂດຍສະເພາະການແຕ່ງຕັ້ງຈຸປະຈຳການຄອຍເຫດຕະຫຼອດ 24 ຊົ່ວໂມງ, ຕາມແຕ່ລະຈຸດປ້ອມຍາມ, ການຄຸ້ມຄອງນຳສົ່ງເຄື່ອນຍ້າຍນັກໂທດ, ຜູ້ຖືກຫາໄປໂຮງໝໍ, ໄປຂຶ້ນສານ, ໄປອອກແຮງງານ ແລະ ອື່ນໆ, ພ້ອມຈະໄດ້ສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ດັດສ້າງດ້ວຍການນຳເອົາ ລະບຽບກົດ ໝາຍຂອງລັດມາເຜີຍແຜ່ໃຫ້ແກ່ນັກໂທດ,ມີຄວາມເຂົ້າໃຈຕື່ນຕົວປະຕິບັດດັດສ້າງຕົນເອງໃຫ້ມີຄວາມກ້າວຫນ້າ, ເອົາໃຈໃສ່ແກ້ໄຂ ບັນຫາຕ່າງໆ ເກີດຂຶ້ນໃນຄ້າຍຄຸມຂັງ-ດັດສ້າງ ແລະ ສະກັດກັ້ນການນຳເອົາສິ່ງຕ້ອງຫ້າມເຂົ້າມາໃຫ້ນັກໂທດໃນຄ້າຍຄຸມຂັງ ໃຫ້ດີກ່ວາເກົ່າ.
ໄອຍະການ ປະຊາຊົນ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ຜ່ານມາພົບເຫັນຄ້າຍຄຸມຂັງ-ດັດສ້າງ ຈຳນວນຫນຶ່ງມີການກັກຂັງນັກໂທດເກີນກຳນົດເວລາຢ່າງບໍ່ຖືກຕ້ອງ, ບາງສະຖານທີ່ກັກຂັງ-ດັດສ້າງ ຄັບແຄບ ແລະ ແອອັດ ເຮັດໃຫ້ມີນັກໂທດໂຕນໜີ ແລະ ອື່ນໆຊຶ່ງຈະຕ້ອງໄດ້ຮີບຮ້ອນແກ້ໄຂໃຫ້ສຳເລັດໂດຍໄວ.