ຍ້ອນຫຍັງນັກການເມືອງຫຼາຍຄົນ ຈຶ່ງຕິດເຊື້ອພະຍາດຊາ-ໂຄວິດ-2? (SARS-CoV-2?)
ລູກເມືອງພວນ
ນັບມາເຖິງວັນທີ 12 ມີນາ ນີ້ ມີຜູ້ຕິເຊື້ືອ ໄວຣັດ SARS-CoV-2 ມີເຖິງ 121.061 ຄົນ, ພິເສດໃນນັ້ນ ມີນັກການເມືອງຫຼາຍຄົນ.
ສາດສະດາຈານ Francois Balloux ຈາກມະຫາວິທະຍາໄລ College London (UCL) ເວົ້າກັບໜັງສືພິມ ທາຍ(Time ) ວັນທີ 11 ມີນານີ້ວ່າ: “ມີນັກການເມືອງຫຼາຍຄົນຕິດເຊື້ອ SARS-CoV-2 ຫຼາຍກວ່າຄົນທຳມະດາສາມັນທົ່ວໄປໃນສະຖິຕິຜູ້ຕິດເຊື້ອ”. ນັກການເມືອງລະດັບສູງຈຳນວນໜຶ່ງທີ່ຕິດເຊື້ອມີ: ຮອງລັດຖະມົນຕີກະຊວງສາທາລະນະສຸກ ອີຣານ, ນອກຈາກນີ້ຍັງມີສະມາຊິກສະພາ 20 ຄົນຕື່ມອີກຕິດເຊື້ອ, ໃນນັ້ນມີຢ່າງໜ້ອຍ 2 ຄົນເສຍຊີວິດ. ທາງຍຸໂຣບກໍມີ: ລັດຖະມົນຕີກະຊວງວັດທະນະທຳ ຝຣັ່ງເສດ Franck Riester, ລັດຖະມົນຕີ ກະຊວງ ສາທາລະນະສຸກ ອັງກິດ Nadine Dorries, ຢູ່ສະເປນມີ ເລຂາທີການພັກ Vox ຝ່າຍຂວາກໍຕິດເຊື້ອເຊັ່ນດຽວກັນ, ອີຕາລີ ມີ ຄະນະນຳຂອງພັກ ປະຊາທິປະໄຕ Nicola Zingaretti…
ເມື່ອອະທິບາຍເຖິງເຫດຜົນວ່າເປັນຫຍັງບັນດານັກການເມືອງຈຶ່ງມີການຕິດເຊື້ອSARS-CoV-2 ຫຼາຍກວ່າຄົນທົ່ວໄປ? ທ່ານສາດສະດາຈານ Balloux ອະທິບານວ່າ: “ນັກການເມືອງເປັນຜູ້ທີ່ພົບປະກັບຫຼາຍຄົນ ຫຼາຍກວ່າຄົນທຳມະດາທົ່ວໄປ. ພວກເພີ່ນມີການສຳພັດມືກັບຫຼາຍຄົນ”.