ໂຣກລະບາດຂອງປີທີ່ລົງເລກທ້າຍດ້ວຍ 20
ປີ 1720: ໂຣກລະບາດ (ຮ່າ)ຢູ່ເອີຣົບ
ຮ່າ (Plague) ເປັນໂຣກລະບາດຮຸນແຮງທີ່ຕິດຕໍ່ຈາກສັດສູ່ຄົນ ຄັ້ງນັ້ນ ເປັນການລະບາດຄັ້ງໃຫຍ່ຄັ້ງສຸດທ້າຍຂອງ ເອີຣົບ ມີຄົນເສຍຊີວິດທັງໝົດ 100.000 ຄົນ.

ປີ 1820: ໂຣກລະບາດ (Cholera) ເກີດມາຈາກປະເທດອິນເດຍ
ໂຣກອາຫິວາ (Cholera) ມີການລະບາດຈາກປະເທດອິນເດຍແລ້ວລາມມາຮອດ, ອິນໂດເນເຊຍ, ຟີລິບປິນ, ໄທ. ໄດ້ມີ ຄົນຕາຍຈຳນວນຫລາຍ ເຈົາເຜົາສົບບໍ່ທັນ, ຕາມຖະໜົນຫົນທາງເຕັມໄປດ້ວຍສົບຄົນຕາຍຈົນເຮັດໃຫ້ປະຊາຊົນອົບພະຍົບໜີອອກຈາກເມືອງດ້ວຍຄວາມຢ້ານ, ໃນການລະບາດຄັ້ງນີ້ເຮັດໃຫ້ມີປະຊາຊົນຄົນໄທຕາຍ 30.000 ຄົນ ແລະ ທົ່ວໂລກແມ່ນ 100.000 ຄົນ.

ປີ 1920: ໂຣກລະບາດ(ໄຂ້ຫວັດໃຫຍ່ສະເປນ)ປະເທດສະເປນ
ໃນປີ 1920 ໂຣກຜະເຊີນກັບການແພລະບາດຂອງໄຂ້ຫວັດສະເປນ (Spanish flu) ເຊິ່ງຖືເປັນການລະບາດຄັ້ງຮຸນແຮງທີ່ສຸດຄັ້ງໜຶ່ງໃນໜ້າປະຫວັດສາດຂອງ ມະນຸດຊາດ ໄຂ້ຫວັດໃຫຍ່ສະເປນ ເຊິ່ງເກີດຈາກເຊື້ອໄວຣສັໄຂ້ຫວັດໃຫຍ່ສາຍພັນ H1N1 ໄດ້ແພ່ລະບາດໄປທົ່ວໂລກໃນໄລຍະທ້າຍຂອງສົງຄາມໂລກຄັ້ງທີ 1 ສົ່ງຜົນໃຫ້ມີຜູ້ເສຍຊີວິດປະມານ 50 ລ້ານຄົນ.

ປີ 2020: ການແຜ່ລະບາດໄວຣັສໂຄໂຣນາ ຫລື ໂຄວິດ-19 (ສປປ ຈີນ)
ໃນຕົ້ນປີ 2020 ເກີດການແຜ່ລະບາດໄວຣັສໂຄໂຣນາ ຫລື ໂຄວິດ-19 ເຊິ່ງມີທີ່ມາຈາກປະເທດຈີນ ຜູ້ປ່ວຍສ່ວນໃຫຍ່ເຮັດວຽກໃນຕະຫລາດ ຫລື ມີປະຫວັດເລີ່ມຈາກຕະຫລາດການຄ້າສົ່ງອາຫານທະເລແຫ່ງໜຶ່ງໃນຕົວເມືອງອູຮັ້ນ ປະເທດຈີນ ເຊິ່ງເປັນຕະຫລາດທີ່ມີການຄ້າສັດຫລາຍຊະນິດເຊັ່ນ: ນົກ, ໄກ່ຟ້າ, ງູ, ເຄື່ອງໃນກະຕ່າຍ ແລະ ສັດປ່າອື່ນໆ ແລະ ຂະນະນີ້ຕະຫລາດດັ່ງກ່າວໄດ້ມີການຈັດການ ດ້ານ ສຸຂາພິບານ ສິ່ງແວດລ້ອມ ມີຜູ້ປ່ວຍທົ່ວໂລກ 126,136 ຄົນ, ຕາຍ 4,630 ຄົນ./.



