COVID-19 ສົ່ງຜົນກະທົບຕໍ່ 5 ລີກໃຫຍ່ຂອງເອີຣົບ…!
March 14, 2020 - 10:48 AM
ດັ່ງທີ່ທຸກຄົນຮັບຊາບແລ້ວວ່າ ຂະນະນີ້ໂລກຂອງເຮົາກຳລັງຢູ່ໃນສະພາບການລະບາດຂອງເຊື້ອໄວຣັສ COVID-19 ເຮັດຜູ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈຳນວນຫຼາຍ
ສຳຫຼັບວົງການກີລາບານເຕະກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນເພາະວ່າມີນັກເຕະ ລວມໄປເຖີງທີມງານໃນສະໂມສອນ,ຜູ້ຈັດການທີມ ກໍ່ໄດ້ຕິດເຊື້ອຈາກໄວຣັສດັ່ງກ່າວ, ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວນັ້ນ ຕ້ອງມີການແຂ່ງຂັນແບບປິດ (ຫ້າມກອງເຊຍເຂົ້າສະໜາມ)
ຫຼ້າສຸດ 5 ລີກໃຫຍ່ຂອງເອີຣົບໄດ້ແກ່: ພຣີເມຍລີກອັງກິດ, ບຸນເດັສລີກາເຢລະມັນ, ລາລີກາແອັດສະປາຍ, ກັນໂຊເຊເຣຍອາ ອີຕາລີ ແລະ ລີກເອີງ ຝຣັ່ງ, ກໍ່ໄດ້ມີການເລື່ອນການແຂ່ງຂັນອອກໄປ.