ການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ

ເມື່ອມໍ່ໆມານີ້, ກົມຂ່າວກະຊວງການຕ່າງປະເທດ ສປປ ລາວ, ໄດ້ອອກມາປະຕິເສດຂ່າວຂອງໜັງສືພິມ ”Khmer time” ໄດ້ເຜີຍແຜ່ອອກໃນວັນທີ 10 ກຸມພາ 2020 ທີ່ໄດ້ກ່າວອ້າງວ່າ “ ຊາຍແດນ ລາວ-ກຳປູເຈຍ ມີສະພາບເຄັ່ງຕຶງ ໃນຊ່ວງໄລຍະ 2-3 ປີ ທີ່ຜ່ານມາ ເນື່ອງຈາກວ່າທະຫານລາວໄດ້ລ່ວງລ້ຳເຂົ້າໃນເມືອງແສບ, ແຂວງເພຣຍວິເຮຍ ໃນປີ 2019 ແລະ ເຂດພື້ນທີ່ມອມເບ, ແຂວງຊຽງແຕງ ໃນປີ 2017 ແລະ ກຳປູເຈຍ ກໍໄດ້ມີການຕອບໂຕ້ໂດຍໄດ້ສົ່ງກອງທະຫານໄປບໍລິເວນດັ່ງກ່າວ” ແລະ ຂໍໃຫ້ສັງຄົມເຂົ້າໃຈວ່າ: ຂ່າວດັ່ງກ່າວນີ້ ແມ່ນບໍ່ສອດຄ່ອງກັບຄວາມເປັນຈິງທີ່ເກີດຂຶ້ນແຕ່ຢ່າງໃດ, ເພາະຜ່ານມາ ສປປ ລາວ ໃຫ້ຄວາມເຄົາລົບຕໍ່ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງທຸກປະເທດທີ່ຢູ່ອ້ອມຂ້າງ ສປປ ລາວ ລວມທັງ ຣາຊະອານາຈັກກຳປູເຈຍ, ຊຶ່ງຜ່ານມາລາວໄດ້ໃຫ້ການເຄົາລົບ ແລະ ຈັດຕັ້ງປະຕິບັດຕາມຄຳຕົກລົງຂອງສອງຝ່າຍຢ່າງສະເໝີຕົ້ນສະເໝີປາຍ ແລະ ບໍ່ເຄີຍລ່ວງລ້ຳເຂົ້າໄປເມືອງ ແລະ ບໍລິເວນດັ່ງກ່າວທີ່ຝ່າຍກຳປູເຈຍໄດ້ກ່າວຫາ. ໃນຊຸມປີດັ່ງກ່າວ, ຝ່າຍລາວໄດ້ຮັບລາຍງານວ່າມີການດຳເນີນກິດຈະການບໍ່ຖືກຕ້ອງກໍຄືການສ້າງເສັ້ນທາງເລິກເຂົ້າບໍລິເວນຄົງຄ້າງມິດຕະພາບ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຊຶ່ງສອງຝ່າຍໄດ້ເຫັນດີໃຫ້ຮັກສາສະ ຖານະເດີມໂດຍປາສະຈາກສິ່ງປຸກສ້າງຕ່າງໆ ເພື່ອບໍ່ໃຫ້ສະພາບແວດລ້ອມຢູ່ບໍລິເວນຊາຍແດນມີການປ່ຽນແປງ, ຝ່າຍລາວຈຶ່ງໄດ້ໄປລາດຕະເວນກວດກາການດຳເນີນກິດຈະການດັ່ງກ່າວ ໃນຂະນະທີ່ ຝ່າຍກຳປູເຈຍກໍໄດ້ສົ່ງກຳລັງທະຫານຂອງຕົນເຂົ້າໄປບໍລິເວນນັ້ນ,ຈຶ່ງເຮັດໃຫ້ສະພາບຊາຍແດນຂອງສອງປະເທດເກີດມີຄວາມເຄັ່ງຕຶງ.
ສປປ ລາວ ຍາມໃດກໍ່ຖືເອົາການແກ້ໄຂບັນຫາຊາຍແດນ ລະຫວ່າງ ສອງປະເທດ ຢູ່ບົນພື້ນຖານຄວາມສະເໝີ ພາບ, ຄວາມເປັນທຳ ແລະ ເປັນທີ່ຍອມຮັບກັນໄດ້ດ້ວຍຄວາມເພິ່ງພໍໃຈນຳກັນຂອງສອງຝ່າຍ, ຫຼີກລ້ຽງການປະເຊີນໜ້າກັນທາງການທະຫານ ເຊິ່ງຈະນຳໄປສູ່ຄວາມເຄັ່ງຕຶງ ແລະ ກະທົບຕໍ່ສາຍພົວພັນມິດຕະພາບທີ່ດີ ລະຫວ່າງ ສອງປະເທດ ເຊິ່ງສະແດງອອກໃນຮູບແບບທີ່ທະຫານລາວ ແລະ ທະຫານກຳປູເຈຍ ທີ່ປະຈຳການ ຫຼື ປະຕິບັດໜ້າທີ່ຢູ່ຊາຍແດນ ແມ່ນມີການພົວພັນກັນດີ ແລະ ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ.
ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຄູ່ຮ່ວມມືຍຸດທະສາດ ຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ທັງສອງປະເທດເຫັນດີ ມອບໃຫ້ຄະນະກໍາມະການຊາຍແດນຮ່ວມຂອງສອງປະເທດ ຮ່າງສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຣາຊະອານາຈັກ ກຳປູເຈຍ ໃນບໍລິເວນທີ່ທັງສອງຝ່າຍໄດ້ສຳຫຼວດ ແລະ ໄດ້ຕົກລົງເປັນເອກະພາບກັນແລ້ວ ເຊິ່ງກວມເອົາ 86% ຂອງ ແລວເຂດຊາຍແດນ ລະຫວ່າງ ສອງປະເທດ ໃຫ້ສຳເລັດໂດຍໄວ. ສໍາລັບບໍລິເວນຊາຍແດນທີ່ຄົງຄ້າງ, ສອງຝ່າຍເຫັນດີຈະສືບຕໍ່ປຶກສາຫາລື ເພື່ອຊອກຊ່ອງທາງແກ້ໄຂບັນຫາຮ່ວມກັນແບບສັນຕິວິທີໄວເທົ່າທີ່ຈະໄວໄດ້. ພ້ອມນີ້, ສອງຝ່າຍຍັງເຫັນດີມອບໃຫ້ ຄະນະກຳມະການຊາຍແດນຮ່ວມຂອງສອງປະເທດ ປຶກສາຫາລື ກ່ຽວກັບ ການປັກຫຼັກໝາຍຖີ່ ໃນເຂດທີ່ໄດ້ສຳເລັດການປັກຫຼັກໝາຍແລ້ວຄື 86% ດັ່ງທີ່ໄດ້ລະບຸໄວ້ຂ້າງເທິງ ແລະ ຮ່ວມກັນສ້າງແຜນທີ່ຊາຍແດນ ເຊິ່ງສະແດງເຖິງເສັ້ນຊາຍແດນ ທີ່ສອງຝ່າຍໄດ້ຮັບຮອງຮ່ວມກັນແລ້ວ ເພື່ອໃຊ້ເປັນເອກະສານຊ້ອນທ້າຍສົນທິສັນຍາຂ້າງເທິງ.