ປະທານ FA ພຣີເມຍລີກອາດຈະເຕະບໍ່ຈົບລະດູການ..!
ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ທ່ານ ເກັກ ຄລ້າ ປະທານບໍລິຫານສະມາຄົມບານເຕະອັງກິດ (FA) ໄດ້ຊີ້ເເຈງເຖີງກໍລະນີການແຜ່ລະບາດຂອງເຊື້ອໄວຣັສ COVID-19 ທີ່ສົ່ງຜົນກະທົບຕໍ່ບານເຕະອັງກິດໃນລະດູການ 2019-2020.

ທ່ານ ເກັກ ຄລ້າ ໄດ້ເຂົ້າຮ່ວມກອງປະຊຸມສຸກເສີນຂອງພຣີເມຍລີກອັງກິດ, ໂດຍຜົນກອງປະຊຸມ ມີການລົງມະຕິກັນວ່າ ໃຫ້ໂຈະການແຂ່ງຂັນກີລາທຸກຊະນິດພາຍໃນປະເທດ ເຊີ່ງກໍ່ລວມໄປເຖີງບານເຕະພຣີເມຍລີກອັງກິດ ຈົນເຖີງ 3 ເມສານີ້.

ພ້ອມດຽວກັນນັ້ນ ທ່ານ ເກັກ ຄລ້າ ຍັງມີຄວາມກັງວົນວ່າ ການແຂ່ງຂັນບານເຕະພຣີເມຍລີກອັງກິດ ລະດູການນີ້ ອາດຈະຫາບົດສະຫລຸບໄດ້ຍາກ, ຖ້າຫາກວ່າ ສະພາບການຂອງເຊື້ອໄວຣັສ COVID-19 ຍັງບໍ່ດີຂື້ນ ກໍ່ຈະສົ່ງຜົນກະທົບຕໍ່ທຸກຝ່າຍ, ຂະນະດຽວກັນ ສະໂມສອນ ລີເວີ້ພູລ ທີ່ນຳເປັນຈ່າຝູງພຣີເມຍລີກອັງກິດໃນເວລານີ້ ກໍ່ອາດຈະບໍ່ໄດ້ແຊ້ມພຣີເມຍລີກເປັນຄັ້ງທຳອິດໃນຮອບ 30 ປີ

ນອກຈາກນີ້ ຍັງສົ່ງຜົນໃຫ້ແຕ່ລະສະໂມສອນໃນພຣີເຍລີກອັງກິດ ຈະສູນເສຍລາຍໄດ້ລວມກັນຫຼາຍກວ່າ 400 ລ້ານປອນ.