ສ ອາເມລິກາ ປະກາດເພີ່ມທຶນຊ່ວຍເຫຼືອລາວເກືອບ 2 ລ້ານໂດລາ ເພື່ອຮັບມືກັບ ໂຄວິດ-19
ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ປະກາດເພີ່ມທຶນຊ່ວຍເຫຼືອລາວຕື່ມອີກເກືອບ 2 ລ້ານໂດລາສະຫະລັດຜ່ານອົງການ USAID ເພື່ອນຳໃຊ້ເຂົ້າໃນການ ໂຕ້ຕອບກັບການລະບາດຂອງ ໂຄວິດ-19 ຫຼື coronavirus. ໂດຍທ່ທ່ານທູດ ເຮມ໋ອນ ໄດ້ປະກາດໃນຂະນະທີ່ຂຶ້ນກ່າວຄໍາປາໄສ ໃນກອງປະຊຸມຝຶກຊ້ອມເຫດການຈຳລອງ ເພື່ອກຽມການໂຕ້ຕອບການລະບາດຂອງພະຍາດ (COVID -19) ໂດຍການສະໜັບສະໜູນໂດຍ ສ ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ເຈົ້າໜ້າທີ່ສາທາລະນະສຸກ ແລະ ລັດຖະບານ ສປປ ລາວ ກຽມພ້ອມຮັບມືກັບການລະບາດຂອງພະຍາດດັ່ງກ່າວ.
ໃນວັນທີ 13 ມີນາ ທີ່ຜ່ານມາ, ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ເຈົ້າໜ້າທີ່ທາງພາກລັດຈາກ 12 ກະຊວງ ແລະ ບັນດາອົງການຕ່າງໆຂອງສະຫະປະຊາຊາດ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຊິ່ງສະໜັບສະ ໜູນໂດຍອົງການ USCDC ແລະ DTRA.
ທ່ານທູດ ເຮມ໋ອນ ກ່າວວ່າ: ສະຫະລັດອາເມລິກາ ພວມສະໜັບສະໜູນ ສປປ ລາວ ກະກຽມຄວາມພ້ອມ ຕ້ານການລະບາດຂອງພະຍາດລະບາດຕ່າງໆ, ລວມທັງ ໂຄວິດ-19 ແລະ ທຶນຊ່ວຍເຫຼືອໃໝ່ ເກືອບ 2 ລ້າໂດລາໃນຄັ້ງນີ້ ຈະເປັນສ່ວນໜຶ່ງເພີ່ມເຂົ້າໃນການຊ່ວຍເຫຼືອຂອງ ສ. ອາເມລິກາ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ເຊິ່ງລວມມີການຝຶກອົບຮົມເພີີ່ມຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ ແລະສົ່ງເສີມສຸຂະພາບທີ່ດີຂອງປະຊາຊົນລາວບັນດາເຜົ່າ.
ອົງການ USAID ຈະມອບທຶນຊ່ວຍເຫຼືອໃໝ່ດັ່ງກ່າວໃຫ້ແກ່ຄູ່ຮ່ວມງານເຊັ່ນ: ອົງການອະນາໄມໂລກ, ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຢູ່ນິເຊບ. ເພື່ອຊ່ວຍເຫຼືອ ລາວ ກະກຽມຫ້ອງທົດລອງເພື່ອກວດຫາຜູ້ຕິດເຊື້ອຂະໜາດໃຫຍ່ ແລະ ຈັດຕັ້ງປະຕິບັດແຜນສຸຂະພາບສຸກເສີນໃຫ້ກັບຈຸດຕ່າງໆ, ການຝຶກອົບຮົມ, ສ້າງຄວາມອາດສາມາດໃຫ້ແກ່ທີມແພດຫມໍເພື່ອຮັບມືແບບທັນທີ, ກວດຫາຜູ້ຕິດເຊື້ອ ແລະ ດັດປັບອຸປະກອນຝຶກອົບຮົມກ່ຽວກັບ ໂຄວິດ-19 ໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ.
ຜ່ານມາ ສ ອາເມລິກາ ໄດ້ສືບຕໍ່ຮ່ວມມືກັບລັດຖະບານ ສປປ ລາວ ເພື່ອຈັດຕັ້ງການຝຶກອົບຮົມໃຫ້ແກ່ ເຈົ້າໜ້າທີ່ສາທາລະນະສຸກ ນັບຫຼາຍພັນຄົນ ບໍ່ວ່າຈະເປັນທາງສູນກາງກໍ່ຄືທ້ອງຖິ່ນນັບຕັ້ງແຕ່ປີ 2006ເປັນຕົ້ນມາ. ໃນຕົ້ນເດືອນ ກຸມພາ, ອົງການ USAID ໄດ້ມອບຊຸດເຄື່ອງປ້ອງກັນຕົນເອງໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອປ້ອງກັນການລະບາດຂອງພະຍາດ ໂຄວິດ-19. ອາທິດຕໍ່ມາ, USCDC ກໍໄດ້ຈັດການຝຶກອົບຮົມກ່ຽວກັບການນໍາໃຊ້ອຸປະກອນດັ່ງກ່າວຢ່າງມີຜົນສຳເລັດ.