ພົບເຫັນຄອບຄົວໜຶ່ງທີ່ຍັງຫຼົງເຫຼືອຢູ່ໃນເຂດຕະຫຼາດເມືອງ ອູຮັ່ນ
ລູກເມືອງພວນ
ໜັງສືພິມ ຈຸງຮວາ ຂອງຈີນລາຍງານເມື່ອວັນທີ 3 ມີນາຜ່ານມານີ້ວ່າ: ໃນຂະນະທີ່ພະນັກງານທຳຄວາມສະອາດ ແລະ ພົ່ນຢາຂ້າເຊື້ອພະຍາດ ໄດ້ພົບເຫັນຄອບຄົວໜຶ່ງມີສະມາຊິກ 4 ຄົນດຳລົງຊີວິດຢູ່ໃນເຂດຕະຫຼາດເມືອງ ອູຮັ່ນ ຊຶ່ງເຊື່ອກັນວ່າເປັນຕະຫຼາດຕົ້ນກຳເນີດຂອງພະຍາດໂຄວິດ-19 ທີ່ຖືກປິດໄປກ່ອນໜ້ານີ້ແຕ່ດົນແລ້ວ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຄອບຄົວດັ່ງກ່າວມີຄູ່ຜົວເມຍ ພ້ອມດ້ວຍລູກນ້ອຍ 1 ຄົນ ແລະ ນ້າສາວຜູ້ຫນຶ່ງຢູ່ຮ່ວມກັນ. ພວກເຂົາໄດ້ລີ້ຕົວດຳລົງຊີວິດຢູ່ເຂດຕະຫຼາດດັ່ງກ່າວເປັນເວລາ 43 ວັນ ໂດຍບໍ່ມີເຄື່ອງນຸ່ງຫົ່ມປ້ອງກັນພະຍາດແຕ່ຢ່າງໃດ.
ຍັງບໍ່ທັນຮູ້ຕົ້ນປາຍສາຍເຫດທີ່ແທ້ຈິງວ່າ ຍ້ອນຫຍັງຈຶ່ງຍັງຫຼົງເຫຼືອຄອບຄົວດັ່ງກ່າວດຳລົງຊີວິດຢູ່ທີ່ນັ້ນ ຊຶ່ງຕະຫຼາດແຫ່ງນີ້ຖືກຍົກເລີກໄປແຕ່ມື້ເລີ່ມຕົ້ນການລະບາດຂອງໂຄວິດ-19 .
ຫຼັງຈາກນັ້ນ, ເຈົ້າໜ້າທີ່ກໍລາຍງານໃຫ້ໜ່ວຍສະເພາະກິດຕ້ານ ແລະ ເຝົ້າລະວັງພະຍາດຮັບຊາບ. ເມື່ອຮູ້ຂ່າວດັ່ງກ່າວເຈົ້າໜ້າທີ່ກໍຮີບຟ້າວເອົາຄອບຄົນດັ່ງກ່າວໄປໂຮງແຮມແຫ່ງໜຶ່ງ ເພື່ອແຍກປ່ຽວ ແລະ ກວດຫາເຊື້ອພະຍາດ. ແຕ່ສຸດທີ່ໜ້າແປກປະຫຼາດບໍ່ມີຜູ້ໃດຕິດເຊື້ອເລີຍ.
ແລະ ກໍຍັງບໍ່ທັນຮູ້ວ່າ: ດ້ວຍເຫດຜົນໃດ, ເພາະ ເຂດຕະຫຼາດດັ່ງກ່າວໄດ້ຖືກຍົກເລີກໄປແຕ່ຕົ້ນເດືອນ ມັງກອນ ຜ່ານມາ ແຕ່ຊໍ້າພັດຍັງຫຼົງເຫຼືອຄອບຄົວນີ້ຢູ່. ການທີ່ພວກເຂົາດຳລົງຊີສິດຢູ່ທີ່ນັ້ນ ໂດຍບໍ່ມີເຄື່ອງນຸ່ງຫົ່ມປ້ອງກັນພະຍາດແຕ່ຢ່າງໃດ ແຕ່ບໍ່ມີໃຜຕິດເຊື້ອເລີຍ ອັນເຮັດໃຫ້ຫຼາຍຄົນງຶດງໍ້ ແລະ ເຫຼືອເຊື່ອທີ່ສຸດ.