ແມ່ຍິງລາວກັບເຮືອນສາມນ້ຳສີ່
ໂດຍ: ທິດກໍ່າ ເຖິງວ່າວັນແມ່ຍິງສາກົນ 8 ມີນາ 2020 ຄົບຮອບ 110 ປີໄດ້ຜ່ານພົ້ນໄປສອງສາມວັນແລ້ວກໍຕາມ, ແຕ່ຄວາມໝາຍຂອງວັນປະຫວັດສາດດັ່ງກ່າວຍັງສະຖິດຢູ່ໃນຄວາມຊົງຈຳຂອງແມ່ຍິງລາວ ແລະ ແມ່ຍິງໃນທົ່ວໂລກ. ໃນແຕ່ລະປີ ເມື່ອເຖິງວັນແມ່ຍິງສາກົນໄດ້ໝູນວຽນມາບັນຈົບຄົບຮອບ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດຕ່າງກໍໄດ້ພາກັນສະເຫລີມສະຫລອງດ້ວຍການຈັດກິດຈະກຳຕ່າງໆໃນຫລາຍຮູບແບບ ເປັນຕົ້ນຈັດປາຖະກະຖາເລົ່າມູນເຊື້ອ, ຈັດກິດຈະກຳທ່ອງທ່ຽວ, ທັດສະນະສຶກສາ ແລະ ໄປພັກຜ່ອນຢ່ອນອາລົມ, ພົບປະສ້າງສັນຕາມສະຖານທີ່ຕ່າງໆເທົ່າທີ່ມີໃນທົ່ວປະເທດ. ສຳລັບແມ່ຍິງທີ່ເຮັດວຽກຕາມສຳນັກງານອົງການ, ຂະແໜງການຕ່າງໆກໍໄດ້ຢຸດເຊົາພັກວຽກເປັນເວລາໜຶ່ງວັນ. ດັ່ງໃນປີນີ້ພໍດີກົງກັບວັນອາທິດ, ທາງລັດຖະບານເຮົາໄດ້ອະນຸຍາດໃຫ້ພັກຊົດເຊີຍໃນວັນຈັນທີ່ຜ່ານມານີ້ເອງ.
ແນວໃດກໍຕາມ, ກ່າວເຖິງວັນແມ່ຍິງສາກົນກໍເປັນວັນໜຶ່ງທີ່ສຳຄັນຂອງຊາດ ແລະ ຂອງໂລກ ເຊິ່ງຕິດພັນກັບພາລະກິດຂອງແມ່ຍິງລາວຕະຫລອດມາ ນັບແຕ່ປະເທດຊາດຂອງພວກເຮົາໄດ້ກາຍມາເປັນລະບອບປະຊາທິປະໄຕປະຊາຊົນ. ເພື່ອຍົກສູງຖານະບົດບາດຂອງວັນດັ່ງກ່າວ ກໍຄືບົດບາດ, ຄວາມໝາຍ, ຄວາມສຳຄັນຂອງແມ່ຍິງລາວ ພັກ ແລະ ລັດຖະບານເຮົາໄດ້ສ້າງຕັ້ງອົງກອນໜຶ່ງຂຶ້ນມາ ເປັນຕົ້ນສະຫະພັນແມ່ຍິງລາວ ກຳນົດເອົາວັນທີ 20 ເດືອນກໍລະກົດ ໃຫ້ເປັນວັນແມ່ຍິງລາວສະເພາະ. ພ້ອມກັນນີ້ ຍັງໄດ້ອອກກົດໝາຍນິຕິກຳຕ່າງໆ ເພື່ອຍົກສູງບົດບາດແມ່ຍິງລາວໃຫ້ກ້າວສູ່ເວທີສາກົນເຊັ່ນ: ອອກກົດໝາຍວ່າດ້ວຍສິດສະເໝີພາບລະຫວ່າງຍິງ-ຊາຍ, ກົດໝາຍວ່າດ້ວຍການເກືອດຫ້າມການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ບັນດານິຕິກຳຕ່າງໆໃນການສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກນ້ອຍລາວ. ສິ່ງທີ່ກ່າວມານີ້ ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການສຶກສາອົບຮົມບົ່ມເພາະ, ກໍ່ສ້າງດູແລແມ່ຍິງລາວໃຫ້ມີຄວາມກ້າວໜ້າພັດທະນາໄປຕາມຍຸກຕາມສະໄໝ. ໃນຍຸກປັດຈຸບັນ ກໍຄືອະດີດຜ່ານມາ ໂດຍສະເພາະໃນສະໄໝເຮັດການປະຕິວັດປົດປ່ອຍຊາດ ແມ່ຍິງລາວກໍໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການຕໍ່ສູ້ປະຕິວັດຈົນໄດ້ຮັບໄຊຊະນະມາເຖິງທຸກວັນນີ້. ໃນຍຸກການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແມ່ຍິງລາວເຮົາກໍຍິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫລວງໃນພາລະກິດຂອງຊາດ. ໃນເງື່ອນໄຂທີ່ປະເທດຊາດພວມເລັ່ງລັດພັດທະນາຄືດັ່ງທຸກວັນນີ້, ເວົ້າໄດ້ວ່າເຄິ່ງໜຶ່ງຂອງກຳລັງແຮງທັງໝົດໃນທົ່ວປະເທດ ແມ່ຍິງລາວໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ທຸກຂະແໜງການຜະລິດເສດຖະກິດ-ສັງຄົມຂອງປະເທດ. ຕົວຢ່າງໃນດ້ານການບໍລິຫານປົກຄອງບ້ານເມືອງກໍມີແມ່ຍິງລາວໄດ້ມີໜ້າທີ່ຕຳແໜ່ງຂັ້ນສູງສຸດລົງມາຮອດຕໍ່າສຸດໃນແຕ່ລະຂະແໜງການບໍລິຫານການປົກຄອງ ກໍຄືໃນຂົງເຂດທຸລະກິດການຜະລິດເສດຖະກິດຂອງປະເທດ.
ອີກດ້ານໜຶ່ງ, ອີງໃສ່ຈຸດພິເສດທາງດ້ານຮີດຄອງປະເພນີ, ວັດທະນະທຳຂອງແມ່ຍິງລາວທີ່ມີເອກະລັກສະເພາະ ເປັນຕົ້ນໃນການນຸ່ງຖືເຊັ່ນ: ນຸ່ງສິ້ນໄໝ, ເສື້ອໄໝ, ບ່ຽງແພໃນຍາມວັນສຳຄັນຂອງຊາດ, ສາສະໜາ ຫລື ຮີດຄອງປະເພນີກໍຍິ່ງເຮັດໃຫ້ແມ່ຍິງລາວໂດດເດັ່ນສວຍງາມໄປດ້ວຍຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ. ໃນສະໄໝບູຮານຍັງມີຄຳຂວັນທີ່ກາຍເປັນກົດຕຳລາສຳລັບແມ່ຍິງລາວຕ້ອງພາກັນປະຕິບັດໃຫ້ໄດ້ຕາມພາລະບົດບາດໜ້າທີ່ເຊັ່ນວ່າ: ແມ່ຍິງລາວຕ້ອງເຮືອນສາມນ້ຳສີ່ ເປັນໜ້າທີ່ສະເພາະຂອງແມ່ຍິງ. ໃນຄວາມໝາຍທີ່ວ່ານີ້ ເຮືອນສາມນັ້ນກໍຄືເຮືອນນອນ, ເຮືອນກິນ, ເຮືອນຜົມຕ້ອງສະອາດເສາະໃສໄຮ້ຄວາມເປື້ອນເປິະ, ວັດຖຸສິ່ງຂອງ, ເຄື່ອງບ່ອນຢູ່ບ່ອນນອນ, ຖ້ວຍບ່ວງ, ໝໍ້ແຫກແຕກກະໂປະ, ເຄື່ອງແຕ່ງຢູ່ຄົວກິນຕ້ອງຈັດວາງໃຫ້ເປັນລະບຽບຮຽບຮ້ອຍ. ສ່ວນນ້ຳສີ່ນັ້ນກໍໄດ້ແກ່ນ້ຳໃຈ, ນ້ຳກິນ, ນ້ຳໃຊ້ ແລະ ນ້ຳເຕົ້າປູນ ມີຄວາມໝາຍວ່າ: ແມ່ຍິງລາວຕ້ອງເປັນຄົນດຸໝັ່ນຂະຫຍັນພຽງ, ພາລະກິດໃນຄອບຄົວເຮືອນຊານຜູ້ຍິງມີໜ້າທີ່ຕັກນ້ຳຕຳເຂົ້າ, ນ້ຳກິນ, ນ້ຳໃຊ້ບໍ່ໃຫ້ຂາດອຸຂາດແອ່ງ, ມີນ້ຳໃຈກວ້າງຂວາງ, ເອື້ອເຟື້ອເພື່ອແຜ່ຕໍ່ວົງສາຄະນາຍາດ, ເພື່ອນມິດມາຢ້ຽມຢາມ, ມີຂັນໝາກຂັນພູມາຕ້ອນຮັບຂັບສູ່, ນ້ຳບອກປູນໃນຂັນໝາກກໍບໍ່ໃຫ້ເຫືອດແຫ້ງກະແດ້ງງໍ ອັນຈະເປັນການສະແດງໃຫ້ເຫັນຄວາມຂີ້ຄ້ານຂອງແມ່ຍິງລາວ. ມາຮອດປັດຈຸບັນນີ້ ເຖິງວ່າຄຳຂວັນປະຈຳຕົວຂອງແມ່ຍິງຍຸກເກົ່າໄດ້ພົ້ນສະໄໝໄປແລ້ວກໍຕາມ, ແຕ່ຄວາມໝາຍສຳລັບແມ່ຍິງລາວກໍຍັງເປັນຕຳນານທີ່ອຳມະຕະ ບົ່ງບອກເຖິງຄວາມລະອຽດອ່ອນຂອງແມ່ຍິງລາວຕະຫລອດໄປ.
ຖືໄດ້ວ່າແມ່ຍິງລາວສະໄໝນີ້ ໄດ້ປົດປ່ອຍຄວາມທຸກ, ຄວາມລຳບາກກາກກຳໄປຫລາຍແລ້ວ ເປັນຕົ້ນນ້ຳກໍບໍ່ໄດ້ຫາບ ເພາະມີນ້ຳສະອາດ, ນ້ຳປະປາ, ບໍ່ໄດ້ໄປເອົາຫລົວເອົາຟືນຫາບຄອນຄືແຕ່ກ່ອນ, ກິດຈະກຳໃນຄອບຄົວຜົວເມຍມີສິດສະເໝີພາບແບ່ງກັນເຮັດແບ່ງກັນທຳ ຂໍພຽງແຕ່ວ່າມີຄວາມມຸ້ງໝັ້ນໃນໜ້າທີ່ການງານ, ຊື່ສັດບໍລິສັດ, ມີເມດຕາຈິດ, ມີສິນທຳ, ຮູ້ບຸນຄຸນ ແລະ ພັດທະນາຕົນເອງໃຫ້ເປັນພົນລະເມືອງດີ, ເປັນແບບຢ່າງໃຫ້ຜູ້ອື່ນ ກໍຖືວ່າເປັນຜູ້ຍິງລາວທີ່ສຸດຍອດແລ້ວ.