ຜູ້ຈັດການທີມຊາວແອດສະປາຍ ເສຍຊີວິດຍ້ອນເຊື້ອໄວຣັສ COVID-19
ຟານຊິດໂກ້ ກາເຊຍ ຜູ້ຈັດການທີມເຍົາວະຊົນຂອງສະໂມສອນ ແອດເລຕິໂກປໍຕາດ້າ ອັນຕ້າ ທີມໃນລີກ ຂອງແຂວງອັນດາລູເຊຍ ປະເທດແອດສະປາຍ ກາຍເປັນຄົນທຳອິດໃນວົງການກີລາ ທີ່ເສຍຊີວິດຈາກເຊື້ອໄວຣັສ COVID-19.
ສຳຫຼັບ ຟານຊິດໂກ ກາເຊຍ ເປັນຊາວເມືອງມາລາກ້າ ໄດ້ເຮັດວຽກເປັນຜູ້ຈັດການທີມເຍົາວະຊົນຂອງ ແອດເລຕິໂກປໍຕາດ້າ ອັນຕາ ມາຕັ້ງແຕ່ປີ 2016 ເຊີ່ງວ່າ ຟານຊິດໂກ ກາເຊຍ ນັ້ນມີພະຍາດປະຈໍາຕົວຢູ່ແລ້ວ ກ່ອນທີ່ຈະຕິດເຊື້ອໄວຣັສ COVID-19, ເຖີງຢ່າງໃດກໍ່ຕາມ ທາງທີມແພດບໍ່ສາມາດປິ່ນປົ່ວໃຫ້ ຟານຊິດໂກ ກາເຊຍ ໃຫ້ດີຂື້ນໄດ້ ຈື່ງເຮັດໃຫ້ ຜູ້ຈັດການທີມໜຸ່ມອະນາຄົດໄກທີ່ມີອາຍຸພຽງ 21 ປີ ກາຍເປັນໜື່ງໃນຜູ້ເສຍຊີວິກຈາກຈຳນວນ 292 ຄົນ.
ພ້ອມດຽວກັນນັ້ນ ເປເປ້ ບູເອໂນ ປະທານສະໂມສອນດັ່ງກ່າວໄດ້ສະແດງຄວາມເສຍໃຈ ເຖີ່ງ ຟານຊິດໂກ ກາເຊຍ ເປັນຜູ້ຈັດການທີມໜຸ່ມອະນາຄົດໄກ,ມີພອນສະຫວັນ, ຂະນະນີ້ທຸກຄົນໃນທີມລວມໄປເຖີງບຸກຄົນໃນວົງການກີລາກໍ່ສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງ ຟານຊິດໂກ ກາເຊຍ.
ສຳຫຼັບສະພາບການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໃນປະເທດແອດສະປາຍໃນຂະນະນີ້ມີລາຍງານວ່າພົບຜູ້ຕິດເຊື້ອແລ້ວຫຼາຍກວ່າ 7.844 ຄົນ ແລະ ເສຍຊີວິດ 292 ຄົນ.