ເທດສະການອາຫານຝຣັ່ງຄັ້ງທີ 6 ຈະຈັດຂຶ້ນໃນທ້າຍເດືອນມີນານີ້
ເທດສະການອາຫານຝຣັ່ງ ຄັ້ງທີ 6 ຈະຈັດຂຶ້ນໃນລະຫວ່າງວັນທີ 23-29 ມີນານີ້ ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຫົວຂໍ້ ອາຫານປະຈໍາທ້ອງຖິ່ນ ເຊິ່ງເອີຣົບ ແລະ ກະຊວງການຕ່າງປະເທດຝຣັ່ງ ໄດ້ເນັ້ນໃສ່ຂອບແນວຄວາມຄິດການພັດທະນາແບບຍືນຍົງ.
ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໄດ້ກ່າວໃນພິທີຖະແຫລງຂ່າວ ເມື່ອທ້າຍອາທິດຜ່ານມານີ້ ຢູ່ເຮືອນພັກທູດຝຣັ່ງ ປະຈຳລາວ ທີ່ນະຄອນຫລວງວຽງຈັນວ່າ: ຂ້າພະເຈົ້າ ຮູ້ດີວ່າບັນດາຮ້ານອາຫານຝຣັ່ງ ທັງຢູ່ໃນ ສປປ ລາວ ແລະ ປະເທດອື່ນໆໃນໂລກ ລ້ວນແລ້ວແຕ່ຄຳນຶງເຖິງຄວາມຄິດລິເລີ່ມໃນການຫລຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ແລະ ເລືອກໃຊ້ຜະລິດຕະພັນທ້ອງຖິ່ນທີ່ດີທີ່ສຸດ. ເທດສະການອາຫານຝຣັ່ງໃນປີນີ້ ແມ່ນຈະຈັດຂຶ້ນຢູ່ບັນດາຮ້ານອາຫານຕ່າງໆຄື: ຮ້ານອາຫານ Bistrot 22, I’Adresse, La Signature, You Na, L’Atmo ແລະ Paradice ເຊິ່ງບັນດາຮ້ານອາຫານດັ່ງກ່າວຈະມານໍາສະເໜີເມນູພິເສດທີ່ຈັບອົກຈັບໃຈຂອງຕົນ.