ອາເມລິກາ-ອິດສະລາແອນ ປະກາດ ! ຄິດຄົ້ນວັກແຊງ ຕ້ານໂຄວິດ-19 ສຳເລັດ ເລີ່ມທົດລອງໃຊ້ກັບຄົນແລ້ວ


ສະຖາບັນສາທາລະນະສຸກແຫ່ງຊາດອາເມລິກາ ໄດ້ຖະແຫລງເຖິງການທົດລອງວັກແຊງຕ້ານໄວຣັສໂຄໂຣນາສາຍພັນໃໝ່ ຫລື ໂຄວິດ-19 ກັບມະນຸດ ໂດຍຈະເລີ່ມທົດລອງຢູ່ເມືອງຊີແອດເຕິ້ລ.
ການທົດລອງຄັ້ງນີ້ຈະໃຊ້ອາສາສະໝັກທົດລອງເປັນຜູ້ມີສຸຂະພາບແຂງແຮງ ອາຍຸລະຫວ່າງ 18-55 ປີ ຈຳນວນ 45 ຄົນ ໃຊ້ເວລາປະມານ 6 ອາທິດ.
ອາສາສະໝັກທົດລອງຄົນທຳອິດໄດ້ຮັບວັກແຊງໄປແລ້ວໃນວັນທີ 16 ມີນາ. ການທົດລອງຄັ້ງນີ້ ຈະຕ້ອງກວດວ່າໄດ້ຜົນມີປະສິດທິພາບ ແລະ ປອດໄພສຳລັບຄົນ.
ສຳລັບວັກແຊງນີ້ມີຊື່ວ່າ: mRNA-1273 ພັດທະນາຂຶ້ນມາໂດຍນັກວິທະຍາສາດ ແລະ ນັກວິໄຈໃນຫ້ອງທົດລອງຂອງສະຖາບັນສາທາລະນະສຸກແຫ່ງຊາດຂອງອາເມລິກາ.
ກ່ອນໜ້ານີ້, ອິດສະລາແອນ ເປັນອີກປະເທດໜຶ່ງທີ່ໄດ້ອອກມາປະກາດວ່າ: ໄດ້ຄິດຄົ້ນວັກແຊງຕໍ່ຕ້ານໂຄວິດ-19 ສຳເລັດແລ້ວເຊັ່ນກັນ ໂດຍເປັນການລາຍງານຂອງໜັງສືພິມຮາເຣດຂອງອິດສະລາແອນ ອ້າງແຫລ່ງຂ່າວວ່າ: ທີມນັກວິທະຍາສາດຈາກສະຖາບັນເພື່ອການວິໄຈທາງຊີວະວິທະຍາ (IBR) ໃນສັງກັດກະຊວງປ້ອງກັນປະເທດອິດສະລາແອນ ສາມາດພັດທະນາວັກແຊງສຳລັບໃຊ້ເພື່ອປ້ອງກັນການຕິດເຊື້ອໄວຣັສໂຄວິດ-19 ສຳເລັດສົມບູນແລ້ວ.
ທັງນີ້ ຕາມຂະບວນການພັດທະນາວັກແຊງນັ້ນ, ວັກແຊງທີ່ພັດທະນາຂຶ້ນມານີ້ຍັງຈຳເປັນຕ້ອງຜ່ານຂັ້ນຕອນທົດສອບ ແລະ ທົດລອງອີກຈຳນວນໜຶ່ງ ເຊິ່ງອາດກິນເວລາອີກຫລາຍເດືອນ ເລີ່ມຈາກທົດລອງໃຊ້ໃນສັດ ຕໍ່ມາທົດລອງໃນຄົນ ເພື່ອໃຫ້ແນ່ໃຈວ່າວັກແຊງບໍ່ສ້າງຜົນຂ້າງຄຽງທີ່ເປັນອັນຕະລາຍໃດໆ ກ່ອນຈະໄດ້ຮັບການຍອມຮັບວ່າມີປະສິດທິພາບ ແລະ ປອດໄພພຽງພໍຕໍ່ການໃຊ້ໃນຄົນ.