ອາເມຊອນ ຈ້າງວຽກເພີ່ມແສນຄົນ ຮັບການສັ່ງສິນຄ້າເພີ່ມ ຊ່ວງ “ໂຄວິດ-19” ລະບາດ


ອາເມຊອນ ຍັກໃຫຍ່ຂາຍຍ່ອຍຂອງອາເມລິກາ ກຽມຈ້າງພະນັກງານເພີ່ມ 1 ແສນຄົນຢູ່ອາເມລິກາ ແລະ ເພີ່ມຄ່າຈ້າງໃຫ້ພະນັກງານເກົ່າ ທ່າມກາງການສັ່ງສິນຄ້າອອນລາຍທີ່ເພີ່ມຂຶ້ນໃນໄລຍະທີ່ຄົນຈຳນວນຫລາຍເກັບຕົວຢູ່ໃນເຮືອນຫລີກເວັ້ນການລະບາດຂອງໂຄວິດ-19.
ບໍລິສັດ ອາເມຊອນ ດອດ ຄອມ ເຊິ່ງມີສຳນັກງານໃຫຍ່ຢູ່ເມືອງຊີແອດເທິລ ລະບຸວ່າ: ຄາດວ່າຈະໃຊ້ງົບ 350 ລ້ານໂດລາສະຫະລັດ ໃນການເພີ່ມຄ່າຈ້າງໃຫ້ພະນັກງານຢູ່ອາເມລິກາອີກຊົ່ວໂມງລະ 2 ໂດລາ ຈາກອັດຕາຂັ້ນຕໍ່າ 15 ໂດລາຕໍ່ຊົ່ວໂມງ ໄປຈົນເຖິງເດືອນເມສາ. ຂະນະທີ່ພະນັກງານຢູ່ສະຫະຣາຊະອານາຈັກ ແລະ ປະເທດອື່ນໆຢູ່ເອີຣົບ ຈະໄດ້ຄ່າແຮງເປັນຊົ່ວໂມງເພີ່ມຂຶ້ນອີກ 2 ປອນ ແລະ 2 ເອີໂຣ ຕາມລຳດັບ.
ທັງນີ້ ມາດຕະການເພີ່ມຄ່າຈ້າງຄັ້ງນີ້ມີຜົນຕໍ່ພະນັກງານທີ່ເຮັດວຽກຢູ່ສູນກະຈາຍສິນຄ້າ, ຝ່າຍຈັດສົ່ງສິນຄ້າ ແລະ ຮ້ານຄ້າຕ່າງໆຂອງອາເມຊອນ.
ທ່ານ ເດັຟ ຄລາກ ຮອງປະທານອາວຸໂສຝ່າຍປະຕິບັດການທົ່ວໂລກຂອງອາເມຊອນ ຖະແຫລງວ່າ: ການນຳສິນຄ້າຈຳເປັນໄປສົ່ງເຖິງເຮືອນຂອງລູກຄ້າເປັນສິ່ງສຳຄັນ, ຂະນະທີ່ຊຸມຊົນຕ່າງໆເວັ້ນໄລຍະຫ່າງທາງສັງຄົມ ໂດຍສະເພາະຜູ້ອາຍຸສູງ ແລະ ຄົນອື່ນໆທີ່ບັນຫາສຸຂະພາບ. ຂະນະດຽວກັນ ຄວາມຕ້ອງການສິນຄ້າອອນລາຍເພີ່ມຂຶ້ນຫລາຍ ເຮັດໃຫ້ບໍລິສັດຕ້ອງຈ້າງວຽກເພີ່ມຄັ້ງໃຫຍ່ແບບບໍ່ເຄີຍມີມາກ່ອນໃນໄລຍະນີ້ຂອງປີ.
ສຳລັບການຈ້າງວຽກໃໝ່ອີກ 1 ແສນຕຳແໜ່ງຂອງອາເມຊອນຢູ່ອາເມລິກາ ຄວບຄຸມທັງຕຳແໜ່ງພະນັກງານປະຈຳ ແລະ ພະນັກງານຈ້າງບໍ່ເຕັມເວລາ. ນອກຈາກນີ້ ທ່ານ ຄລາກ ເປີດເຜີຍວ່າ: ອາເມຊອນສົ່ງເສີມການເວັ້ນໄລຍະຫ່າງທາງສັງຄົມໃນບ່ອນເຮັດວຽກ ແລະ ເພີ່ມມາດຕະການອະນາໄມຄວາມສະອາດ ເພື່ອຄວາມປອດໄພທາງສຸຂະພາບ.