ການອາບນ້ຳຮ້ອນໃນອຸນນະພູມ 70 ອົງສາ, ຈະຊ່ວຍໃຫ້ເຊືື້ອໄວຣັສໂຄໂຣນາ 2019 ຕາຍ ຫລື ບໍ່?
March 17, 2020 - 3:29 PM
ຫລັງຈາກໄດ້ຍິນວ່າ: ຄວາມຮ້ອນເຮັດໃຫ້ເຊື້ອໂຣກອ່ອນແຮງ, ຫລາຍຄົນກໍເລີຍເພີ່ມອຸນຫະພູມນ້ຳຂະນະອາບໃຫ້ຮ້ອນຂຶ້ນເພື່ອຂ້າໄວຣັສໂຄໂຣນາ 2019 ເຊິ່ງເປັນຕົ້ນຕໍຂອງໂຣກໂຄວິດ-19 ໃຫ້ຕາຍ. ແຕ່ຄວາມເປັນຈິງການອາບນ້ຳຮ້ອນໂພດນັ້ນ, ນອກຈາກບໍ່ເຮັດໃຫ້ເຊື້ອຕາຍແລ້ວຍັງອາດເຮັດໃຫ້ຄົນເຮົາເປັນອັນຕະລາຍໄດ້, ເນື່ອງຈາກອຸນຫະພູມຂອງນ້ຳຮ້ອນເກີນໄປ.

ອົງການອະນາໄມໂລກ (WHO) ໃຫ້ເຫດຜົນວ່າ: ອຸນຫະພູມຮ່າງກາຍປົກກະຕິຂອງມະນຸດຢູ່ລະດັບ 36,5-37 ອົງສາ ເຊິ່ງເປັນໄລຍະອຸນຫະພູມທີ່ເຮົາຕັ້ງໄວ້ສຳລັບເຄື່ອງເຮັດນ້ຳອຸ່ນ ແລະ ເຊື້ອໄວຣັສສ່ວນໃຫຍ່ຕາຍ ໃນອຸນຫະພູມ 70 ອົງສາຂຶ້ນໄປ, ສະນັ້ນຫາກພວກເຮົາຕ້ອງອາບນ້ຳໃນອຸນຫະພູມ 70 ອົງສາ, ເພື່ອຂ້າໄວຣັສໂຄໂຣນາ ຜິວໜັງຂອງຄົນເຮົາຈະຖືກລວກເປັນບາດແຜກ່ອນທີ່ເຊື້ອໂຣກຈະຕາຍ./.

